ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ສ້າງລະບອບລະບຽບການຄວບຄຸມສິດອຳນາດເພື່ອປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສົມບູນແບບ
(VOVWORLD) -ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ຈັດກອງປະຊຸມຄັ້ງທີ 21, ສຳຫຼວດກວດຄືນ, ຕີລາຄາໝາກຜົນການເຄື່ອນໄຫວປີ 2021 ແລະ ປະກອບຄຳເຫັນໃສ່ລາຍການວຽກງານປີ 2022.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ໃນປີ 2021, ເຖິງວ່າໃນສະພາບໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ວຽກງານຂອງຄະນະກໍ່ໄດ້ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ ແລະ ປະຕິບັດສຳເລັດຕາມແຜນການ.
ກ່ຽວກັບໜ້າທີ່ຈຸດສຸມຂອງວຽກງານປີ 2022, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຈຸດສຸມແມ່ນສ້າງລະບອບລະບຽບການຄວບຄຸມສິດອຳນາດໃຫ້ສົມບູນແບບ ເພື່ອປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ຂົງເຂດທີ່ເກີດການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ໄດ້ງ່າຍ; ກົນໄກຄວບຄຸມຊັບສິນ, ລາຍຮັບ, ຮັບປະກັນໃຫ້ແທດຈິງ, ມີປະສິດທິຜົນ; ສຳຫຼວດກວດຄືນ, ແກ້ໄຂບ່ອນທີ່ຍັງບົກພ່ອງໃນກົນໄກ, ນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງການຮັບເໝົາ, ປະມູນ, ຄຸ້ມຄອງ, ນຳໃຊ້ທີ່ດິນ, ການເງິນ, ຊັບສິນຂອງລັດ…; ປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການກວດການ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຕາແສງ, ເທດສະບານ ແລະ ຮ່າງກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງໂດຍກົງເຖິງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້.