ທ່ານຫງວຽນຟຸຈ້ອງຢ້ຽມຢາມ ປຊຊ ຕາແສງຮົ່ງຮ້າ-ເມືອງອາເລືອຍ
(ພາບ: congan.com.vn)
(vovworld)- ໃນວັນທີ -1617/3, ທ່ານເລຂາທິການໃຫ່ຍຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເທື່ອທຽນເຫ້ວ ກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິກອງປະຊຸມໃຫ່ຍພັກທົ່ວປະເທດຄັງທີ 11, ສະພາບພັດທະນາເສດຖະກິດສັງຄົມ, ວຽກງານກໍ່ສ້າງພັກ. ທ່ານເລຂາທິການໃຫ່ຍຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມຕາແສງຮົ່ງຮ້າ, ເມືອງອາເລືອຍ, ແຂວງເທື່ອທຽນເຫ້ວ ຊື່ງແມ່ນຕາແສງດີເດັ່ນໃນການກໍ່ສ້າງຊົນນະບົດໃໝ່.
ໃນຕອນບ່າຍຂອງວັນທີ 17/3, ທ່ານເລຂາທິການໃຫ່ຍຫງວຽນຟຸຈ້ອງ ໄດ້ເຮັດວຽກກັບການນຳແຂວງເທື່ອທຽນເຫ້ວ. ທ່ານສະເໜີແຂວງຕ້ອງໄຈ້ແຍກທ່າແຮງ, ຄວາມສາມາດບົ່ມຊ້ອນເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍບັນດາທ່າໄດ້ປຽບ, ພ້ອມທັງປະຕິບັດຈຸດໝາຍນຳເທື່ອທຽນເຫ້ວ ກາຍເປັນນະຄອນຂຶ້ນກັບສູນກາງ. ຢາກເຮັດໄດ້ຄືແນວນັ້ນ ຕ້ອງມີຄວາມຕັດສິນໃຈສູງ, ມານະພະຍາຍາມ, ເຫັນດີເຫັນພ້ອມ, ມີກຳລັງສັງລວມ ແລະ ມີລະບົບມາດຕະການ, ກົນໄກນະໂຍບາຍ, ແກ້ໄຂຄວາມຫຍຸ້ງຍາກ, ລະດົມແຫຼ່ງກຳລັງໃຫ້ແກ່ການພັດທະນາ. ພະນັກງານ, ສະມາຊິກພັກ, ອົງຄະນະພັກຕ້ອງເປັນເຈົ້າການ, ຕັ້ງໜ້າເພື່ອເຄື່ອນໄຫວຢ່າງມີຄວາມຂະຫຍັນຂັນເຄື່ອນກ່ວາອີກໃນການກະທຳ ແລະ ແນວຄິດ./.