(ພາບປະກອບ)
(vovworld)- ຕອນເຊົ້າວັນທີ 19/8, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກຕຳຫຼວດສູນກາງ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງຕຳຫຼວດຫວຽດນາມ ກ່ຽວກັບສະພາບການ, ໝາກຜົນວຽກງານຮັບປະກັນຄວາມສະຫງົບປອດໄພແຫ່ງຊາດນັບແຕ່ຫຼັງກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກມາຮອດປະຈຸບັນ ແລະ ໜ້າທີ່ໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໄດ້ວິເຄາະບັນດາສິ່ງທ້າທາຍພວມວາງອອກໃຫ້ແກ່ວຽກງານປົກປັກຮັກສາປະເທດຊາດ, ປ້ອງກັນຄວາມສະຫງົບປອດໄພແຫ່ງຊາດ ແລະ ຮັບປະກັນສະຖຽນລະພາບດ້ານການເມືອງ-ສັງຄົມ ປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ເງື່ອນໄຂອຳນວຍຄວາມສະດວກເພື່ອສ້າງສາ ແລະ ພັດທະນາປະເທດຊາດ, ຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ.
“ກຳລັງປ້ອງກັນຄວາມສະຫງົບ ປຊຊ ຕອງຊາບຊືມ, ໝູນໃຊ້ຢ່າງຖືກຕ້ອງບັນດາທັດສະນະ, ແນວຄິດຊີ້ນຳຂອງພັກ ກ່ຽວກັບວຽກງານປ້ອງກັນຄວາມສະຫງົບປອດໄພແຫ່ງຊາດ, ຕັດສິນໃຈເຮັດໃຫ້ບັນດາກົນອຸບາຍ, ການເຄື່ອນໄຫວຂອງບັນດາອິດທິກຳລັງເປັນປໍລະປັກ ແລະ ບັນດາປະເພດອາດຊະຍາກຳລະເມີດຄວາມສະຫງົບປອດໄພແຫ່ງຊາດໃຫ້ປະລາໄຊໄປ, ປັດເຂ່ຍບັນດາປັດໄຈກໍ່ຄວາມຂາດສະຖຽນລະພາບການເມືອງ-ສັງຄົມ. ຂ້າພະເຈົ້າສະເໜີໃຫ້ສຸມໃສ່ໃຫ້ແກ່ຈຸດໝາຍ, ໜ້າທີ່ຈຸດສຸມແມ່ນຮັກສາຄວາມສະຫງົບປອດໄພແຫ່ງຊາດໃຫ້ໝັ້ນຄົງ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ບໍ່ໃຫ້ເກີດການກໍ່ການຮ້າຍ, ຕ້ານທຳລາຍ, ຈະລາຈົນ, ຮັບປະກັນຄວາມສະຫງົບປອດໄພພາຍໃນ, ແກ້ໄຂຢ່າງທັນການ, ມີປະສິດທິຜົນບັນດາຄວາມສັບສົນເກີດຂຶ້ນ, ປົກປ້ອງບັນດາຈຸດໝາຍສຳຄັນ ແລະ ບັນດາເຫດການສຳຄັນຂອງປະເທດຊາດ“.