ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ອວຍພອນປີໃໝ່ ລາວ
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງອວຍພອນປີໃໝ່
ທ່ານອະດີດປະທານພັກ, ອະດີດປະທານປະເທດ ຄຳໄຕ ສີພັນດອນ)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດສປປລາວ ຈຸມມະລີ ໄຊຍະສອນ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ບັນດາການນຳ ແລະ ປະຊາຊົນລາວ ໃນລະຫວ່າງວັນທີ 12 – 13/04. ໃນໄລຍະຢູ່ຢ້ຽມຢາມລາວ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ພັນລະຍາໄດ້ມາຢ້ຽມຢາມ ແລະ ອວຍພອນປີໃໝ່ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈຸມມະລີ ໄຊຍະສອນ ແລະ ພັນລະຍາຢູ່ແຂວງ ອັດຕະປື; ຢ້ຽມຢາມ ແລະ ອວຍພອນປີໃໝ່ທ່ານອະດີດປະທານພັກ, ອະດີດປະທານປະເທດ ຄຳໄຕ ສີພັນດອນ ຢູ່ແຂວງຈຳປະສັກ; ພົບປະ ແລະ ເຂົ້າຮ່ວມພິທີຕ້ອນຮັບປີໃໝ່ກັບອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງອັດຕະປື, ແຂວງ ຈຳປະສັກ; ພົບປະກັບພະນັກງານກົງສູນໃຫຍ່ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ບັນດາແຂວງທາງພາກໃຕ້ຂອງລາວ; ພົບປະກັບບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ທາງພາກໃຕ້ລາວ; ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຂອງແຂວງອັດຕະປື ແລະ ແຂວງຈຳປະສັກ.
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ອວຍພອນປີໃໝ່
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈຸມມະລີ ໄຊຍະສອນ)
ທີ່ການພົບປະຕ່າງໆ, ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ໄດ້ອວຍພອນການນຳພັກ, ລັດ ແລະ ປະຊາຊົນລາວ ເວົ້າລວມ, ກໍ່ຄືອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາແຂວງອັດຕະປື ແລະ ຈຳປະສັກ ເວົ້າສະເພາະບັນດາຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດເນື່ອງໃນໂອກາດບູນປີໃໝ່ຂອງຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປ່ຽນໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມະລີໄຊຍະສອນ ຢືນຢັນວ່າ, 2 ປະເທດຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ໃຫ້ສວຍສົດງົດງາມ, ໝັ້ນຄົງຂະນົງແກ່ນຕະຫຼອດໄປ.
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ພົບປະກັບພະນັກງານກົງສູນໃຫຍ່ສະຖານທູດຫວຽດນາມ ປະຈຳລາວ)
ໃນການພົບປະກັບພະນັກງານກົງສູນໃຫຍ່ສະຖານທູດຫວຽດນາມ ປະຈຳລາວ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ 4 ແຂວງພາກໃຕ້ຂອງລາວ ແລະ ບັນດາວິສາຫະກິດທີ່ພວມລົງທຶນຢູ່ພາກໃຕ້ຂອງລາວ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຕີລາຄາສູງ ແລະ ຍ້ອງຍໍຄວາມມານະພະຍາຍາມຂອງອົງການຕ່າງໜ້າຫວຽດນາມ ປະຈຳລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄິແບບພິເສດລະຫວ່າງ ຫວຽດນາມ - ລາວ ແລະ ປາດຖະໜາວ່າ, ກົງສູນໃຫຍ່ສະຖານທູດຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ທີ່ສຳຄັນ ຊ່ວຍໃຫ້ບັນດາທ້ອງຖິ່ນຂອງ 2 ປະເທດເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ບົດຮຽນ, ການຮ່ວມມືພັດທະນາເສດຖະກິດ, ຊ່ວຍເຫຼືອຊິ່ງກັນ ແລະ ກັນ ແລະ ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮໍ່າຮຽນຢູ່ບັນດາແຂວງທາງພາກໃຕ້ຂອງລາວກວ່າອີກ.