(vovworld) - ໃນລະຫວ່າງວັນທີ 25 – 26/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວິ້ງລອງ (Vinh Long) ເພື່ອກວດກາການປະຕິບັດບັນດາມະຕິຂອງພັກ, ກໍ່ສ້າງຊົນນະບົດໃໝ່ ແລະ ວຽກງານກໍ່ສ້າງພັກ. ຕອນເຊົ້າວັນທີ 26/11, ເມື່ອລົງຢ້ຽມຢາມຕາແສງ ລອງມີ້ (Long My), ເມືອງ ມາງທິດ (Mang Thit), ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການເຮັດວຽກກັບການນຳຕາແສງ ແລະ ພະນັກງານ, ປະຊາຊົນຕາແສງກ່ຽວກັບບັນດາບັນຫາທີ່ໄດ້ວາງອອກໃນການພັດທະນາເສດຖະກິດ, ສັງຄົມ, ຊີວິດການເປັນຢູ່, ກໍ່ສ້າງຊົນນະບົດໃໝ່ ແລະ ກໍ່ສ້າງພັກຢູ່ຂັ້ນຮາກຖານ.
ຕອນບ່າຍວັນທີ 26/11, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງວິ້ງລອງ (Vinh Long). ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະເໜີແຂວງວິ້ງລອງ (Vinh Long) ຄວນສືບຕໍ່ຜັນຂະຫຍາຍທ່າແຮງຕັ້ງຢູ່ໃຈກາງເຂດທົ່ງພຽງແມ່ນ້ຳຂອງເປັນຢ່າງດີ, ເຊິ່ງຕິດພັນກັບ 2 ຕົວເມືອງໃຫຍ່ແມ່ນນະຄອນໂຮ່ຈິມິນ ແລະ ນະຄອນ ເກີນເທີ ເພື່ອສ້າງການເຊື່ອມຕໍ່ລະຫວ່າງເຂດເພື່ອພັດທະນາ. ທ່ານເລຂາທິການໃຫຍ່ ໄດ້ຊົມເຊີຍແຂວງທີ່ໄດ້ຜັນຂະຫຍາຍມະຕິສູນກາງພັກຄັ້ງທີ 4 (ຊຸດທີ 11) “ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ” ຢ່າງເຂັ້ມງວດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວວ່າ.
“ກ່ຽວກັບການກໍ່ສ້າງພັກ, ມະຕິກອງປະຊຸມໃຫຍ່ຊີ້ແຈ້ງ 8 ໝວດບັນຫາ. ພຽງແຕ່ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນແມ່ນຍັງບໍ່ທັນຄົບຖ້ວນ, ວຽກງານແນວຄິດ, ວຽກງານຈັດຕັ້ງກໍແມ່ນເພື່ອກໍ່ສ້າງພັກ. ການສຶກສາອົບຮົມຝືກຝົນຫຼໍ່ຫຼອມ, ຄຸ້ມຄອງມະນຸດກໍ່ແມ່ນການກໍ່ສ້າງພັກ. ໃນໄລຍະຈະມາເຖິງ ຕ້ອງມີກົນໄກເພື່ອຜັນຂະຫຍາຍວຽກງານເປັນເຈົ້າການຂອງປະຊົນໃນການກໍ່ສ້າງພັກ, ຂອງພະນັກງານສະມາຊິກພັກ. ສະພາແຫ່ງຊາດຫາກໍ່ຮັບຮອງເອົາມະຕິກ່ຽວກັບການຄະແນນສຽງປ່ອນບັດໄວ້ວາງໃຈແລ້ວ. ນີ້ບໍ່ພຽງແຕ່ແມ່ນການຕັກເຕື່ອນເທົ່ານັ້ນ, ຫາກຍັງແມ່ນມາດຕະການເພື່ອຮັບປະກັນໃຫ້ພະນັກງານທຸກຄົນ, ໂດຍສະເພາະແມ່ນບັນດາຜູ້ທີ່ມີໜ້າທີ່, ສິດອຳນາດ ຕ້ອງປະຕິບັດໃຫ້ຖືກຕາມໜ້າທີ່ຂອງຕົນອີກດ້ວຍ.”