ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເດີນທາງຢ້ຽມຢາມ ສປ ຈີນ
(vovworld) - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນໃນລະຫວ່າງວັນທີ 12 – 15/01/2017 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງສາທາລະນະລັດ ປະຊາຊົນ ຈີນ ສີຈິ້ນຜີງ. ນີ້ແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການ ຄັ້ງທຳອິດ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ເນື່ອງໃນໂອກາດນີ້ ໜັງສືພິມເຍີນເຢີນ “ສຽງຂອງສູນກາງພັກກອມມູນິດ ຫວຽດນາມສະບັບອອກວັນທີ 12/01 ມີບົດນຳດ້ວຍຫົວຂໍ້ວ່າ “ຍົກສູງປະສິດທິຜົນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ”. ບົດນຳຢືນຢັນວ່າ: ການຢ້ຽມຢາມດຳເນີນໄປກົງກັບໂອກາດ 2 ປະເທດພວມດຳເນີນການເຄື່ອນໄຫວແທດຈິງຫລາຍຢ່າງ ເພື່ອສະເຫຼີມສະຫຼອງ 67 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດຂອງ 2 ປະເທດ, ການຢ້ຽມຢາມ ຈີນ ຄັ້ງນີ້ຂອງທ່ານ ຫງວຽນຟູຈ້ອງ ແມ່ນເຫດການ ການເມືອງທີ່ມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຜັນຂະຫຍາຍການປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ພັກກອມມູນິດ ຫວຽດນາມ ຄັ້ງທີ 12. ການຢ້ຽມຢາມ ບໍ່ພຽງແຕ່ແນໃສ່ກຳນົດທິດທາງ ແລະ ສ້າງທ່າພັດທະນາຢ່າງປອດໃສໃຫ້ການພົວພັນ ຫວຽດນາມ - ຈີນ ເຕື່ມອີກເທົ່ານັ້ນ ຫາກຍັງປະກອບສ່ວນຮັກສາ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາ ແລະ ປົກປັກຮັກສາປະເທດຊາດ, ຍົກສູງທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນອີກດ້ວຍ. ເນື່ອງໃນໂອກາດນີ້ ຫວຽດນາມ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນອັນດີງາມ, ແທດຈິງກັບ ຈີນ ບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ ຢູ່ ທະເລຕາເວັນອອກ.
ບົດນຳໃນໜັງສືພິມກວນໂດ້ຍເຍີນເຢີນ ສຽງຂອງກອງທັບປະຊາຊົນ ຫວຽດນາມ ສະບັບອອກວັນທີ 12/01 ໄດ້ຕີລາຄາສັງລວມ, ໄລຍະຜ່ານມາ ການພົວພັນ ຫວຽດນາມ - ຈີນ ຮັກສາທ່າອ່ຽງປົກກະຕິ ແລະ ມີບາດກ້າວຄຶບໜ້າຢ່າງແນ່ນອນໃນບາງຂົງເຂດ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ 2 ຝ່າຍ. ປະຈຸບັນ ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງ ຫວຽດນາມ, ຫວຽດນາມ ແມ່ນຕະຫລາດສົ່ງອອກໃຫຍ່ອັນດັບທີ 6 ແລະ ແມ່ນຕະຫລາດນຳເຂົ້າໃຫຍ່ອັນດັບທີ 11 ຂອງ ຈີນ. ຈີນ ກໍ່ແມ່ນປະເທດແຖວໜ້າກ່ຽວກັບຈຳນວນແຂກທ່ອງທ່ຽວຕ່າງປະເທດມາ ຫວຽດນາມ. ກ່ຽວກັບສະພາບທະເລຕາເວັນອອກ, ການນຳຂັ້ນສູງ 2 ພັກ, 2 ລັດ ບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນກ່ຽວກັບເລື່ອງແກ້ໄຂຄວາມບໍ່ລົງລອຍກັນ - ການຂັດແຍ້ງກັນຢ່າງສົມເຫດສົມຜົນບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ເຄົາລົບກົດໝາຍສາກົນ. ບົດນຳຢືນຢັນການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານ ຫງວຽນຟູຈ້ອງ ມີຄວາມໝາຍສຳຄັນທີ່ສຸດ ເພື່ອກຳນົດທິດ ພັດທະນາໃຫ້ການພົວພັນ ຫວຽດນາມ - ຈີນ, ປັບປຸງ, ຮັກສາສະພາບມິດຕະພາບ, ສະຖຽນລະພາບ, ສ້າງທ່າພັດທະນາຢ່າງປອດໃສໃຫ້ການພົວພັນ 2 ປະເທດ.