ຕອນເຊົ້າວັນທີ 23 ທັນວາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟ໋ຈອງ ໄດ້ມີການເຮັດວຽກກັບຄະນະພົວພັນຕ່າງປະເທດສູນກາງພັກກ່ຽວກັບສະພາບການປະຕິບັດໜ້າທີ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ບັນດາໜ້າທີ່ຈຸດສຸມຂອງຄະນະພົວພັນຕ່າງປະເທດສູນກາງພັກໃນໄລຍະທີ່ຈະມາເຖິງ.
ກ່າວຄຳເຫັນໃນການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟ໋ຈອງ ໄດ້ເໜັນໜັກວ່າ " ໜ້າທີ່ຂອງວຽກງານການຕ່າງປະເທດຍາມໃດກໍ່ຕ້ອງຕິດພັນກັບວຽກງານພາຍໃນປະເທດຢ່າງແໜ້ນແຟ້ນ, ບໍ່ອາດຕັດແຍກອອກຈາກກັນໄດ້ ". ທ່ານເລຂາທິການໃຫຍ່ ຫງວຽນຟ໋ຈອງ ເນັ້ນໜັກວ່າ.
“ຄະນະພົວພັນກັບຕ່າງປະເທດຈົ່ງສືບຕໍ່ຄົ້ນຄ້ວາ, ຊາບຊືມມະຕິຂອງກອງປະໃຫຍ່ຄັ້ງທີ 11 ຂອງພັກຢ່າງເລີກເຊິ່ງ. ການພົວພັນກັບຕ່າງປະເທດສາມາດຍົກສູງການພົວພັນພາຍໃນປະເທດ ແລະ 2 ບັນຫານີ້ໄດ້ເພີ່ມເຕີ່ມໃຫ້ແກ່ກັນ, ບໍ່ອາດຕັດແຍກອອກຈາກກັນໄດ້. ເພາະສະນັ້ນຕ້ອງກຳແໜ້ນແນວທາງການຕ່າງປະເທດຂອງ ຫວຽດນາມ. ຫຼ້າສຸດແມ່ນການເຊື່ອມໂຍງຢ່າງຮອບດ້ານ, ຜັນຂະຫຍາຍປະຕິບັດ 6 ບົດຮຽນ, 9 ໜ້າທີ່ ເຊິ່ງກອງປະຊຸມທົ່ວປະເທດຂະແໜງການຕ່າງປະເທດທົ່ວປະເທດຄັ້ງທີ 27 ໄດ້ຊາບຊືບ. ບົນພື້ນຖານນັ້ນ, ຄະນະພົວພັນຕ່າງປະເທດສືບຕໍ່ຄົ້ນຄ້ວາພື້ນຖານ ແລະ ຄາດຄະເນຍຸດທະສາດ, ຄົ້ນຄ້ວາ, ລວບລວມ, ເລືອກເຟັ້ນລາຍງານເພື່ອກົມການເມືອງ ແລະ ຄະນະເລຂາສູນກາງພັກ ”
ທ່ານເລຂາທິການໃຫຍ່ກໍ່ຖືວ່າ, ຄະນະພົວພັນຕ່າງປະເທດຄວນສົມທົບກັບບັນດາກະຊວງ, ຂະແໜງການ ແລະ ສະຖາບັນຄົ້ນຄ້ວາຢ່າງແໜ້ນແຟ້ນເພື່ອຮັບເອົາ ແລະ ກວດກາຂໍ້ມູນຂ່າວຢ່າງແໜ້ນແຟ້ນ, ຈາກນັ້ນຈະເປັນເສນາທິການ, ແກ້ໄຂບັນດາບັນຫາທີ່ເກີດໃໝ່ຢ່າງທັນການ. ທ່ານເລຂາທິການໃຫຍ່ ຫງວຽນຟ໋ຈອງ ເຊື້ອມັ້ນວ່າ ຄະນະພົວພັນກັບຕ່າງປະເທດສູນກາງພັກຈະສືບຕໍ່ເຊີດຊູມູນເຊື້ອ 60 ກວ່າປີແຫ່ງວັນສ້າງຕັ້ງ ແລະ ເຕີບໃຫຍ່, ຍາມໃດກໍ່ຍຶດໝັ້ນຄຸນທາດດ້ານການເມືອງ, ສາມັກຄີ, ມີຫົວຄິດປະດິດສ້າງ, ເຮັດສຳເລັດໜ້າທີ່ວຽກງານເຊິ່ງພັກ, ລັດ ແລະ ປຊຊ ມອບໝາຍໃຫ້.