(vovworld) – ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງທ້ວນ, ຕອນເຊົ້າວັນທີ 04/07, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງບິ່ງທ້ວນ ກ່ຽວກັບສະພາບພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບການກໍ່ສ້າງພັກ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະແດງຄວາມຊົມເຊີຍບັນດາໝາກຜົນ ແລະ ຜົນງານເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງບິ່ງທ້ວນ ບັນລຸມາໄດ້ໃນໄລຍະຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຖືວ່າ ແຂວງພວມພັດທະນາ, ຫັນປ່ຽນໂຄງປະກອບຢ່າງຖືກທິດ, ພັດທະນາໃນຫຼາຍດ້ານ. ຕາມທ່ານເລຂາທິການໃຫຍ່ແລ້ວ, ໜຶ່ງໃນບັນດາສາຍເຫດຕົ້ນຕໍເພື່ອບັນລຸໄດ້ສິ່ງດັ່ງກ່າວ ແມ່ນຍ້ອນອົງຄະນະພັກ ໄດ້ປ່ຽນໃໝ່ຮູບແບບຊີ້ນຳຢ່າງມີຈຸດສຸມ, ລະອຽດ, ແໜ້ນແຟ້ນ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ແຂວງບິ່ງທ້ວນ ສືບຕໍ່ຕີລາຄາ ແລະ ກຳແໜ້ນສະພາບການ. ທາງແຂວງຕ້ອງຄິດໄລກ່ອນເພື່ອມີມາດຕະການຮັບມືຢ່າງເປັນເຈົ້າການ. ສືບຕໍ່ຜັນຂະຫຍາຍບັນດາວຽກງານພວມເຮັດ, ກວດກາຄືນບັນດາວຽກງານທີ່ຫຍຸ້ງຍາກ, ສັບສົນ, ແກ້ໄຂຄວາມຕິດຂັດ, ບັນດາຄາດໝາຍເຊິ່ງກອງປະຊຸມໃຫຍ່ອົງຄະນະພັກແຂວງ ແລະ ຂັ້ນຕ່າງໆທີ່ໄດ້ວາງອອກໃຫ້ສຳເລັດ. ພັດທະນາເສດຖະກິດ ຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດ.