(vovworld) - ຕອນບ່າຍວັນທີ 28/11, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງ ໄດ້ໃຫ້ການຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກອມມູນິດໂຮ່ຈິມິນກອງທັບຄັ້ງທີ 8, ເຊິ່ງພວມດຳເນີນໄປຢູ່ນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນບັນດາຜູ້ແທນທີ່ດີເດັ່ນຕາງໜ້າໃຫ້ແກ່ຜູ້ແທນ 400 ຄົນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ແລະ ຕາງໜ້າໃຫ້ຊາວໜຸ່ມກອງທັບໃນທົ່ວປະເທດເກືອບ 3 ແສນຄົນ. ທ່ານເລຂາທິການໃຫຍ່ໄດ້ຍ້ອງຍໍສັນລະເສີນສະມາຊິກຊາວໜຸ່ມ, ຊາວໜຸ່ມໃນກອງທັບທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນທຸກຂົງເຂດວຽກງານ. ທ່ານເລຂາທິການໃຫຍ່ຢືນຢັນວ່າ: ຍາມໃດກອງທັບກໍມີບົດບາດສຳຄັນໃນວຽກງານປົກປັກຮັກເອກະລາດສາອະທິປະໄຕແຫ່ງຊາດ, ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່ເຊື່ອໝັ້ນວ່າ, ດ້ວຍມູນເຊື້ອທີ່ສະຫງ່າລາສີ, ມີລະບຽບວິໄລ, ມີສະຕິຈັດຕັ້ງ, ເຊິ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ ແລະ ໄດ້ຮັບຄວາມຮັກແພງຈາກປະຊາຊົນ ກອງທັບແມ່ນສະພາບແວດລ້ອມທີ່ສະດວກໃຫ້ໄວໜຸ່ມຝຶກຝົນຫຼໍ່ຫຼອມ, ສູ້ຊົນສຳເລັດໜ້າທີ່ໃນກອງທັບກໍ່ຄືໃນຊີວິດປະຈຳວັນເປັນຢ່າງດີ.