(vovworld) – ໂດຍສືບຕໍ່ການຢ້ຽມຢາມສັນຖະວະໄມຕີຫວຽດນາມ, ຕອນເຊົ້າວັນທີ 9/7, ຢູ່ຮ່າໂນ້ຍ, ທ່ານພົນເອກ Raul Castro Ruz, ເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ.ກຸຍບາ ໄດ້ໄປວາງພວງມາລາຢູ່ອານຸສາວະລີບັນດານັກວິລະຊົນ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ໄປວາງພວງມາລາ ແລະ ເຂົ້າຢ້ຽມຄໍນັບສຸສານປະທານໂຮ່ຈິມິນ. ທ່ານປະທານ Raul Castro Ruz ກໍໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung.
ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 8/7, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ຈັດງານລ້ຽງຮອງຮັບທ່ານປະທານ Raul Castro Ruz ຢ່າງສົມກຽດ. ເຂົ້າຮ່ວມງານລ້ຽງມີທ່ານປະທານປະເທດຫວຽດນາມ Truong Tan Sang, ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ການນຳກະຊວງ, ຂະແໜງການສູນກາງຈຳນວນໜຶ່ງ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່ Nguyen Phu Trong ຊີ້ແຈ້ງວ່າ.
“ໃນກວ່າເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບ, ຄວາມສາມັກຄີ, ສັດຊື່ບໍລິສຸດ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ການຮ່ວມມືຢ່າງຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ພວກເຮົາໂດຍປະທານໂຮ່ຈິມິນ, ຜູ້ນຳປະຕິວັດອາວຸໂສກຸຍບາ Fidel Castro ແລະ ບັນດາການນຳລຸ້ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄຸນສ້າງຢ່າງບໍ່ຢຸດຢັ້ງ. ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານ Raul Castro Ruz ແມ່ນການສືບຕໍ່ໃຫ້ການພັດທະນາໃໝ່ໃນສາຍພົວພັນລະຫວ່າງສອງພັກ, ສອງປະເທດ ແລະ ຫັນບັນດາຂໍ້ຕົກລົງ ແລະ ຖະແຫຼງການຮ່ວມຫວ່າງມໍ່ໆມານີ້ລະຫວ່າງສອງປະເທດພວກເຮົາໃຫ້ປະກົດຜົນເປັນຈິງ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ການພົວພັນຮ່ວມມືຢ່າງຮອບດ້ານນັບມື້ນັບກ້າວເຂົ້າສູ່ລວງເລິກ, ຊຸກຍູ້ບັນດາມາດຕະການເສດຖະກິດ, ການຄ້າຢ່າງເໝາະສົມ, ເພື່ອແນໃສ່ເພີ່ມປະສິດທິຜົນ, ເໝາະສົມກັບເງື່ອນໄຂໄໝ່ ແລະ ຜົນປະໂຫຍດຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢູ່ຫວຽດນາມ ແລະ ກຸຍບາ”.
( ທ່ານນາຍົກລັດຖະມົນຕີ Nguyen Tan Dung
ແລະ ທ່ານປະທານ Raul Castro Ruz )
ຕອນບ່າຍວັນທີ 8/7, ທ່ານນາຍົກລັດຖະມົນຕີ Nguyen Tan Dung ກໍ່ມີການພົບປະເຈລະຈາກັບທ່ານປະທານ Raul Castro Ruz. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ ລັດຖະບານຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລັດຖະບານກຸຍບາ ຜັນຂະຫຍາຍບັນດາຂໍ້ຕົງລົງເຊິ່ງການນຳສອງປະເທດບັນລຸໄດ້ໃນການຢ້ຽມຢາມຂອງທ່ານເລຂາທິຫານໃຫຍ່ Nguyen Phu Trong ຫວ່າງແລ້ວນີ້ຢ່າງມີປະສິດທິຜົນ ກໍ່ຄືບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານປະທານ Raul Castro Ruz. ຫວຽດນາມ ແລະ ກຸຍບາ ຕ້ອງເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກວ່າອີກ.
ສ່ວນທ່ານປະທານ Raul Castro Ruz ກໍເນັ້ນໜັກວ່າ, ພັກ, ລັດ ແລະ ປະຊາຊົນກຸຍບາ ປາດຖະໜາຢາກເພີ່ມທະວີ ແລະ ປັບປຸງການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ ແລະ ໄດ້ຮັບການແບ່ງປັນບັນດາບົດຮຽນອັນລ້ຳຄ່າໃນວິວັດການປ່ຽນໃໝ່, ສ້າງສາ ແລະ ພັດທະນາປະເທດຊາດຈາກຫວຽດນາມ. ກຸຍບາ ປາດຖະໜາວ່າ ຢາກສືບຕໍ່ໄດ້ຮັບການສະໜັບສະໜູນຈາກຫວຽດນາມ ທີ່ມີຕໍ່ກຸຍບາ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.