ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ຈີນ
ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ໃຫ້ການຕ້ອນຮັບທ່ານ
ຫລີວເວີນຊານກຳມະການກົມການເມືອງ, ເລຂາຄະນະພັກ
ຫົວຫນ້າຄະນະໂຄສະນາສູນກາງ ຈີນ
ພາບ:vietnamplus.vn
|
(vovword)- ຕອນບ່າຍວັນທີ 6/6 ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກກອມມູນິດ ຈີນ ໂດຍທ່ານ ຫລີວເວີນຊານ ກຳມະການກົມການເມືອງ, ເລຂາຄະນະພັກ, ຫົວຫນ້າຄະນະໂຄສະນາສູນກາງ ເປັນຫົວຫນ້າຄະນະ ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 8 ລະຫວ່າງສອງພັກ. ທ່ານເລຂາທິການໃຫຍ່ Nguyen Phu Trong ສະແດງຄວາມເຊື່ອໝັ້ນວ່າ ເລື່ອງຈັດຕັ້ງກອງປະຊຸມສຳມະນາດັ່ງກ່າວສຳເລັດຜົນ ຈະສ້າງຄວາມຮັບຮູ້, ທິດສະດີ ກ່ຽວກັບການປ່ຽນໃຫມ່ຮູບແບບການເຕີບໂຕເສດຖະກິດ, ປະຕິບັດການພັດທະນາແບບຍືນຍົງຂຶ້ນຕື່ມ. ທ່ານເລຂາທິການໃຫຍ່ Nguyen Phu Trong ຕີລາຄາສູງໝາກຜົນຂອງບັນດາກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກ ແລະ ຖືວ່າ ເລື່ອງແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນລະຫວ່າງສອງຝ່າຍແມ່ນມີຄວາມຈຳເປັນທີ່ສຸດ ແລະ ມີຄວາມໝາຍສຳຄັນໃນການຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ສືບຕໍ່ພັດທະນາ.
ສ່ວນທ່ານຫລີວເວີນຊານ ໃຫ້ຮູ້ວ່າ, ຍາມໃດພັກ ແລະ ລັດຖະບານຈີນ ກໍ່ຖືການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ຈີນ ເປັນສຳຄັນທີ່ສຸດ, ເພື່ອແນໃສ່ປັບປຸງທີ່ຕັ້ງບົດບາດກຳອຳນາດຂອງແຕ່ລະພັກ, ຊຸກຍູ້ພາລະກິດກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ. ຈີນ ມີແຜນນະໂຍບາຍ ສະເໝີຕົ້ນສະເໝີປາຍທີ່ວ່າ ຈະພ້ອມກັບຫວຽດນາມ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນການພົວພັນລະຫວ່າງສອງປະເທດ, ເພີ່ມທະວີເລື່ອງປັບປຸງ ແລະ ພັດທະນາການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະທີ່ຈະມາເຖິງ. ທ່ານຫລີວເວີນຊານ ເຊື່ອໝັ້ນວ່າ, ໃນໄລຍະທີ່ຈະມາເຖິງ, ການຮ່ວມມືລະຫວ່າງສອງອົງການໂຄສະນາ ສຶກສາອົບຮົມຂອງສອງພັກ ນັບມື້ນັບຈະເຂົ້າສູ່ລວງເລິກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.