ທ່ານເລຮົ່ງແອງ ຜູ້ປະຈຳການຄະນະເລຂາ ເຮັດວຽກຢູ່ແຂວງ ນີງທ້ວນ

ທ່ານເລຮົ່ງແອງ ຜູ້ປະຈຳການຄະນະເລຂາ       ເຮັດວຽກຢູ່ແຂວງ ນີງທ້ວນ - ảnh 1
ທ່ານເລຮົ່ງແອງ ເຮັດວຽກກັບການນຳແຂວງນີງທ້ວນ
ພາບ:ninhthuan.gov.vn


(vovworld) -  ຕອນ​ບ່າຍ​ວັນ​ທີ 14/3, ທ່ານ​ເລ​ຮົ່ງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ການຄະນະ​ເລຂາ​ສູນ​ກາງ​ພັກ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ເລຂາ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ນີງທ້ວນ ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ຂອງ​ພັກກອມ​ມູນິດ​ຫວຽດນາມ, ສະພາບ​ການ​ພັດທະນາ​ເສດຖະກິດ​ ວັດທະນະທຳສັງຄົມ​ໃນ​ປີ​ທຳ​ອິດ. ທ່ານ ​ເລ​ຮົ່ງ​ແອ​ງ ສະ​ເຫ​ນີວ່າ: ​ແຂວງ​ນີງທ້ວນ ຄວນ​​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ວ່ອງ​ໄວ, ໝັ້ນຄົງ ຕາມ​ຮູບ​ແບບ​​ເສດຖະກິດ​ຂຽວ, ສະອາດ. ສືບ​ຕໍ່​ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ອຸດສາຫະກຳ ​ແລະ ການບໍລິການ, ຕິດ​ພັນ​ກັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ແບບ​ຍືນ​ຍົງ, ສ້າງ​ວຽ​ກ​ເຮັດ​ງານ​ທຳ, ຫລຸດຜ່ອນ​ຄວາມທຸກ​ຍາກ​, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ. ສຳລັບ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມີນ, ທາງ​ແຂວງ​ຄວນ​ສືບ​ຕໍ່​ຊາບ​ຊືມ​ຢ່າງ​ເລິກ​ເຊີ່ງ​ໃນ​ອົງຄະ​ນະ​ພັກ, ຍົກ​ສູ​ງສະຕິຄວາມ​ຮັບ​ຮູ້​ໃຫ​້​ແກ່​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ກ່ຽວ​ກັບ​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມີນ.

ຕອບກັບ

ຂ່າວ/ບົດ​ອື່ນ