ທ່ານເອກອັກຄະລັດຖະທູດຟ້າມກວາງວິງຢ້ຽມຢາມວິທະຍາຄານກອງທັບອາກາດອາເມລິກາ
(VOVWORLD) -ທ່ານເອກອັກຄະລັດຖະທູດ ແລະການນຳວິທະຍາຄານ ໄດ້ຕີລາຄາສູງຕໍ່ການພັດທະນາໃນຫຼາຍດ້ານຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ
ການພົບປະລະຫວ່າງທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ກັບທ່ານຮອງຜູ້ອຳນວຍການ ວິທະຍາຄານກອງທັບອາກາດອາເມລິກາ David Harris
|
ໃນອາທິດຜ່ານມາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຟ້າມກວາງວິງ ໄດ້ມີການຢ້ຽມຢາມວິທະຍາຄານກອງທັບອາກາດອາເມລິກາ ຢູ່ Colorado Springs, ລັດ Colorado ຢ່າງເປັນທາງການ. ໃນການຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ພົບປະກັບທ່ານຮອງຜູ້ອຳນວຍການ ວິທະຍາຄານກອງທັບອາກາດອາເມລິກາ David Harris, ແລກປ່ຽນກັບການນຳບັນດາພະແນກ, ຄູອາຈານ ແລະ ນັກສຶກສາທີ່ພວມຮ່ຳຮຽນຢູ່ວິທະຍາຄານ. ທີ່ບັນດາການພົບປະ, ທ່ານເອກອັກຄະລັດຖະທູດ ແລະການນຳວິທະຍາຄານ ໄດ້ຕີລາຄາສູງຕໍ່ການພັດທະນາໃນຫຼາຍດ້ານຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ, ໃນນັ້ນ ມີການຮ່ວມມືກ່ຽວກັບດ້ານການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືໃນບັນດາບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນ ດ້ວຍບັນດາການຢ້ຽມຢາມ ອາເມລິກາ ຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ( ເດືອນ ພຶດສະພາ 2017) ແລະ ທ່ານປະທານາທິບໍດີ Donal Trump ມາຫວຽດນາມ ( ເດືອນ ພະຈິກ 2017) ກໍຄື ຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດໃນໄລຍະຜ່ານມາ.
ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ກໍແບ່ງປັນກ່ຽວກັບບັນດາບາດກ້າວທີ່ສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາຫວ່າງມໍ່ໆມານີ້ ແລະ ກ່ຽວກັບຜົນງານໃນການພັດທະນາການປ່ຽນແປງໃໝ່ຂອງຫວຽດນາມ ແລະ ປາດຖະໜາວ່າ ສອງປະເທດຈະສືບຕໍ່ຊຸກຍູ້ທ່າຮ່ວມມືຂອງການພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນມີການຮ່ວມມືກ່ຽວກັບດ້ານການບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພ້ອມທັງໃຫ້ຄຳຕອບ, ແບ່ງປັນທັດສະນະຂອງຫວຽດນາມກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນ.