ທ່ານໂດ໊ບ໋າຕີຮອງປະທານສະພາແຫ່ງຊາດລົງຕິດຕາມ,ກວດກາວຽກງານການເລືອກຕັ້ງເມືອງເຈື່ອງຊາ
(ທ່ານ ໂດ໊ບ໋າຕີ ລົງກວດກາວຽກງານການເລືອກຕັ້ງ
ໃນບໍລິເວນເມືອງເຈື່ອງຊາ ແລະ ກອງທັບເຮືອເຂດ 4)
(vovworld)-ໃນຕອນເຊົ້າວັນທີ 12/5, ຄະນະປະຕິບັດງານ ຂອງຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດ ໂດຍ ທ່ານ ໂດ໊ບ໋າຕີ ຮອງປະທານສະພາແຫ່ງຊາດ ເປັນຫົວໜ້າຄະນະ ໄດ້ລົງກວດກາວຽກງານການເລືອກຕັ້ງ ໃນບໍລິເວນເມືອງເຈື່ອງຊາ ແລະ ກອງທັບເຮືອເຂດ 4.
ມາຮອດປະຈຸບັນ, ວຽກງານກະກຽມເລືອກຕັ້ງ ຢູ່ ເມືອງເຈື່ອງຊາ ແລະ ກອງທັບເຮືອເຂດ 4 ໄດ້ສຳເລັດໂດຍພື້ນຖານແລ້ວ. ບັນດາຫີບປ່ອນບັດ, ບັດເລືອກຕັ້ງ, ລາຍຊື່ຜູ້ມີສິດ ເລືອກຕັ້ງ… ໄດ້ເຖິງສົ່ງເຖິງເກາະຕ່າງໆຢ່າງປອດໄພ. ຕາມແຜນການວັນທີ 15/5, ບັນດາກຸ່ມເຂດເກາະຈະຈັດການເລືອຕັ້ງກ່ອນກຳນົດເວລາ. ກ່າວຄວາມເຫັນທີ່ການເຮັດວຽກ, ທ່ານ ໂດ໊ບ໋າຕີ ຮອງປະທານສະພາແຫ່ງຊາດ ຮຽກຮ້ອງຫົວໜ່ວຍເລືອກຕັ້ງ ສືບຕໍ່ປະຕິບັດວຽກງານເລືອກຕັ້ງໃຫ້ດີ; ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ໃນວຽກງານເລືອກຕັ້ງຢ່າງທັນການ, ເປັນຕົ້ນແມ່ນບັນດາຈຸດເລືອກຕັ້ງ ຢູ່ເມືອງເຈື່ອງຊາ; ການໂຄສະນາຂົນຂວາຍ ຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງຢ່າງຄົບຖ້ວນ, ຖືກຕາມຂໍກຳນົດ; ຮັກສາຄວາມສະຫງົບປອດໄພດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນຄວາມປອດໄພຢ່າງເດັດຂາດກ່ອນ ແລະ ຫຼັງການເລືອກຕັ້ງ.