ທ່ານ​ໝໍ​ເສ​ນາ​ຮັກ ຫວຽດ​ນາມ ຊ່ວຍ​ປະ​ຊາ​ຊົນ​ຊູ​ດັງ​ໃຕ້

(VOVWORLD) -ໂຮງໝໍໄດ້ຈັດການຝຶກແອບ ແລະ ອັບເດດຄວາມຮູ້ຢ່າງຮີບດ່ວນໃຫ້ແກ່ບັນດາໂຮງໝໍຂັ້ນ 1 ຢູ່ຄະນະ UNMISS ດ້ວຍຫົວຂໍ້ “ສະພາບການພະຍາດຕິດແປດ, ການບົ່ງມະຕິພະຍາດ, ການປິ່ນປົວ ແລະ ການປ້ອງກັນ, ຕ້ານພະຍາດໝາກສຸກລີງ”.



ທ່ານ​ໝໍ​ເສ​ນາ​ຮັກ ຫວຽດ​ນາມ ຊ່ວຍ​ປະ​ຊາ​ຊົນ​ຊູ​ດັງ​ໃຕ້ - ảnh 1ທ່ານໝໍເສນາຮັກ ຫວຽດນາມ ຖ່າຍຮູບກັບປະຊາຊົນຊູດັງໃຕ້
(ພາບ: ໂຮງໝໍກາງສະໜາມຂັ້ນ 2 ເລກ 4)

ຫວ່າງມໍ່ໆມານີ້, ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຂອງ ຫວຽດນາມ ຢູ່ຄະນະປະຕິບັດການຮັກສາສັນຕິພາບ ສປຊ ປະຈຳ ຊູດັງໃຕ້ (UNMISS) ໄດ້ມີການເຄື່ອນໄຫວໂດຍສົມທົບລະຫວ່າງ ທະຫານ ແລະ ປະຊາຊົນ (CIMIC), ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ເດັກນ້ອຍຢູ່ລັດ Unity ໃນໂອກາດວັນເດັກອາບຟຼິກກາ 16 ມິຖຸນາ.

ພາຍໃຕ້ການຊີ້ນຳຂອງຄະນະອຳນວຍການ, ສະມາຊິກຂອງໂຮງຮຽນກາງສະໜາມຂັ້ນ 2 ເລກ 4 ໄດ້ກະກຽມຂອງຂວັນຝາກຝັງນ້ຳໃຈຂອງພະນັກງານ, ພາລະກອນໂຮງໝໍ ທີ່ໄດ້ນຳມາຈາກປະເທດ ຫວຽດນາມ ຄື: ເສື້ອ, ອຸປະກອນການຮຽນ, ພາບແຕ້ມ…ຄະນະໂຮງຮຽນກາງສະໜາມຂັ້ນ 2 ເລກ 4 ໄດ້ສະແດງການແບ່ງປັນຕໍ່ບັນດາຄວາມຫຍຸ້ງຍາກ ຂອງ ປະຊາຊົນ ແລະ ເດັກນ້ອຍຢູ່ແຫ່ງນີ້, ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນໂຮງຮຽນປະຖົມປະຖານ Charles Kuot, ລັດ Unity,  ຊູດັງໃຕ້.

ກ່ອນໜ້ານັ້ນ, ໂຮງໝໍໄດ້ຈັດການຝຶກແອບ ແລະ ອັບເດດຄວາມຮູ້ຢ່າງຮີບດ່ວນໃຫ້ແກ່ບັນດາໂຮງໝໍຂັ້ນ 1 ຢູ່ຄະນະ UNMISS ດ້ວຍຫົວຂໍ້ “ສະພາບການພະຍາດຕິດແປດ, ການບົ່ງມະຕິພະຍາດ, ການປິ່ນປົວ ແລະ ການປ້ອງກັນ, ຕ້ານພະຍາດໝາກສຸກລີງ”.

ຕອບກັບ

ຂ່າວ/ບົດ​ອື່ນ