ທ່ານ ຫວໍວັນເທື໋ອງ ຫົວໜ້າຄະນະໂຄສະນາ ສຶກສາສູນກາງພັກໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກາຊັກສະຖານ
(VOVWORLD) - ໃນລະຫວ່າງວັນທີ 16 – 18 ກັນຍາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມໂດຍທ່ານ ຫວໍວັນເທື໋ອງຫົວໜ້າຄະນະໂຄສະນາ ສຶກສາສູນກາງພັກນຳໜ້າ, ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ກາຊັກສະຖານ. ໃນຂອບເຂດການຢ້ຽມຢາມ, ຄະນະໄດ້ມີການພົບປະ ແລະ ເຮັດວຽກກັບການນຳຂັ້ນສູງຂອງພັກກຳອຳນາດ, ລັດຖະບານ ແລະ ສະພາແຫ່ງຊາດ ກາຊັກສະຖານ.
ສະຫາຍຫວໍວັນເທືຶ໋ອງ ແລະ ບັນດາສະມາຊິກຄະນະ ຜູ້ແທນພັກກອມມູນິດ ຫວຽດນາມ (ພາບ: TTXVN)
|
ທີ່ບັນດາການພົບປະ, ເຈລະຈາ, ສອງຝ່າຍໄດ້ແລກປ່ຽນບັນດາທິດທາງ, ມາດຕະການຊຸກຍູ້ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ກັບພັກ Nur Otan ກຳອຳນາດຂອງກາຊັກສະຖານ ເວົ້າສະເພາະ ແລະ ການພົວພັນລະຫວ່າງສອງປະເທດເວົ້າລວມໃນໄລຍະຈະມາເຖິງ.
ສອງຝ່າຍໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ກາຊັກສະຖານ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ດີ, ການຮ່ວມມືເສດຖະກິດ - ການຄ້າ ແລະ ການລົງທຶນມີການຫັນປ່ຽນຢ່າງຕັ້ງໜ້າ, ເຖິງຢ່າງໃດກໍ່ຕາມວົງການການຄ້າສອງຝ່າຍຍັງບໍ່ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງທັງສອງປະເທດເທື່ອ. ສອງຝ່າຍໄດ້ເຫັນດີເປັນເອກະພາບມານະພະຍາຍາມໃຫ້ຫຼາຍກ່ວາອີກ, ສຸມໃສ່ເຂົ້າໃນການຂຸດຄົ້ນບັນດາທ່າແຮງກໍ່ຄືຄວາມຕ້ອງການຂອງກັນ.
ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ທ່ານ ຫວໍວັນເທ໋ືອງ ແຈ້ງໃຫ້ຝ່າຍກາຊັກສະຖານ ຊາບກ່ຽວກັບສະພາບການ ແລະ ບັນດາການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກໃນປັດຈຸບັນ, ຢັ້ງຢືນຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນແກ້ໄຂບັນດາການຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ. ຝ່າຍກາຊັກສະຖານໄດ້ສະແດງຄວາມວິຕົກກັງກົນກ່ຽວກັບບັນດາການຜັນແປຢູ່ທະເລຕາເວັນອອກ, ແບ່ງປັນຫຼັກໝັ້ນໃນການແກ້ໄຂບັນຫາໂດຍສັນຕິວິທີບົນພື້ນຖານກົດໝາຍ ສາກົນ ແລະ ຂອງຫວຽດນາມ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.