ທ່ານ Joe Biden ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ ຂັ້ນຮອງລັດຖະມົນຕີ ຫຼາຍທ່ານ
(VOVWORLD) -ໜ້າເອົາໃຈໃສ່ແມ່ນ ທັງ 5 ຄົນທີ່ໄດ້ຮັບການສະເໜີລ້ວນແຕ່ແມ່ນແມ່ຍິງ, ໃນນັ້ນມີ ທ່ານນາງ Elizabeth Klein, ອະດິດສະມາຊິກຂອງກະຊວງພາຍໃນພາຍໃຕ້ ອາຍຸການຂອງທ່ານ ອະດີດ ປະທານາທິບໍດີ Bill Clinton ແລະ Barack Obama, ເຊິ່ງເຄີຍດຳລົງຕຳແໜ່ງຮອງລັດຖະມົນຕີກະຊວງພາຍໃນ.
ທ່ານນາງ Victoria Nuland ຜູ້ຮັບສະໝັກດຳລົງຕຳແໜ່ງຮອງລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ (ພາບ: TTXVN) |
ວັນທີ 18 ມັງກອນ, ທ່ານ Joe Biden ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ໄດ້ສະເໜີບັນດາຜູ້ຮັບສະໝັກຕຳແໜ່ງຮອງລັດຖະມົນຕີ ໃນອຳນາດການປົກຄອງຊຸດໃໝ່ ເພື່ອແນໃສ່ຈັດຕັ້ງກົງຈັກ ລັດຖະບານໃຫ້ສຳເລັດ ກ່ອນພິທີສາບານຕົວຮັບດຳລົງຕຳແໜ່ງ ໃນວັນທີ 20 ມັງກອນ. ບັນດາຜູ້ຮັບສະໝັກດັ່ງກ່າວໄດ້ຮັບສະເໜີດຳລົງຕຳແໜ່ງຮອງລັດຖະມົນຕີຢູ່ກະຊວງພາຍໃນ, ກະສິກຳ, ສາທາລະນະສຸກ ແລະ ການບໍລິການມະນຸດສະທຳ, ຄົມມະນາຄົມ ແລະ ການສຶກສາ. ໜ້າເອົາໃຈໃສ່ແມ່ນ ທັງ 5 ຄົນທີ່ໄດ້ຮັບການສະເໜີລ້ວນແຕ່ແມ່ນແມ່ຍິງ, ໃນນັ້ນມີ ທ່ານນາງ Elizabeth Klein, ອະດິດສະມາຊິກຂອງກະຊວງພາຍໃນພາຍໃຕ້ ອາຍຸການຂອງທ່ານ ອະດີດ ປະທານາທິບໍດີ Bill Clinton ແລະ Barack Obama, ເຊິ່ງເຄີຍດຳລົງຕຳແໜ່ງຮອງລັດຖະມົນຕີກະຊວງພາຍໃນ.
ໃນຖະແຫຼງການໃນວັນດຽວກັນ, ທ່ານ Biden ໄດ້ເນັ້ນໜັກວ່າ ອຳນາດການປົກຄອງຊຸດໃໝ່ຈະເລີ່ມຕົ້ນການເຄື່ອນໄຫວເພື່ອສະໜອງການບັນເທົາທຸກຢ່າງຮີບດ່ວນໃຫ້ແກ່ຊາວອາເມລິກາ, ແກ້ໄຂບັນດາວິກິດການທີ່ສັບຊ້ອນກັນຂອງໂລກລະບາດໂຄວິດ - 19, ການວິກິດການດ້ານເສດຖະກິດ ປະຫວັດສາດ, ບັນດາບັນຫາຈຳແນກເຊື້ອຊາດຜິວພັນ ແລະ ຄວາມຂາດສະເໝີພາບ ທີ່ມີລະບົບ ແລະ ວິກິດການກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.