ທ່ານ Joe Biden ຮຽກຮ້ອງບັນດາບ້ວງເງິນກະຕຸ້ນລາຍຈ່າຍຊ່ວຍຟື້ນຟູພື້ນຖານເສດຖະກິດ

(VOVWORLD) - ໃນບົດກ່າວປາໄສໃນວັນທີ 16 ພະຈິກ, ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden ໄດ້ຮຽກຮ້ອງຮັບຮອງໃຫ້ເອົາບັນດາບ້ວງເງິນກະຕຸ້ນລາຍຈ່າຍຫລາຍກ່ວາ ເພື່ອແນໃສ່ຊ່ວຍປະເທດ ອາເມລິກາ ຟື້ນຟູຫລັງໂລກລະບາດໂຄວິດ-19.
ທ່ານ Joe Biden ຮຽກຮ້ອງບັນດາບ້ວງເງິນກະຕຸ້ນລາຍຈ່າຍຊ່ວຍຟື້ນຟູພື້ນຖານເສດຖະກິດ - ảnh 1ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden  (ພາບ: AFP/TTXVN)

        ກ່ອນໜ້ານັ້ນ, ທ່ານ Biden ກໍ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນຮ່າງກົດໝາຍທີ່ມີມູນຄ່າ 2.200 ຕື້ USD ເຊິ່ງສະພາຕ່ຳໂດຍພັກປະຊາທິປະໄຕກຳສິດຄວບຄຸມໄດ້ຮັບຮອງເອົາ ເພື່ອໜູນຊ່ວຍພື້ນຖານເສດຖະກິດ. ບັນດາບ້ວງເງິນກະຕຸ້ນລາຍຈ່າຍ ໄດ້ຮັບຖືວ່າ: ແມ່ນກຸນແຈຊ່ວຍ ອາເມລິກາ ຟື້ນຟູເສດຖະກິດພາຍຫລັງຖືກຊຸດໂຊມ ແລະ ແຮງງານຖືກໃຫ້ອອກວຽກເປັນຈຳນວນຫລາຍ.

        ແລະກໍ່ໃນບົດກ່າວປາໄສ, ທ່ານ Biden ກໍ່ກ່າວເຕືອນວ່າ ຈະມີຜູ້ເສຍຊີວິດຫລາຍຕື່ມອີກຍ້ອນໂລກລະບາດໂຄວິດ-19 ຖ້າອຳນາດການປົກຄອງປະທານາທິບໍດີ Donald Trump ບໍ່ເລີ່ມດຳເນີນວິວັດການມອບໂອນສິດອຳນາດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ