ທ່ານ Vladimir Putin ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ລັດເຊຍ ອີກສະໄໝໜຶ່ງ
(VOVWORLD) - ພາຍຫຼັງນັບບັດໄດ້ 82,76% ບັດ, ຜູ້ຮັບສະໝັກເລືອກຕັ້ງເອກະລາດ Vladimir Putin ຍາດໄດ້ບັດສະໜັບສະໜູນ 87,18%.
ທ່ານ Vladimir Putin (ພາບ: AFP) |
ໃນມື້ທີ 3 ການເລືອກຕັ້ງປະທານາທິບໍດີ ລັດເຊຍ (ວັນທີ 17 ມີນາ, ບັນດາສະຖານທີ່ປ່ອນບັດສ່ວນໃຫຍ່ໄດ້ອັດລົງໃນເວລາ 20 ໂມງ ຕາມເວລາມົດສະກູ. ເຂດ Kaliningrad ອັດຊ້າກວ່າໝູ່, ໃນເວລາ 21 ໂມງ. ບັນດາສະຖານທີ່ປ່ອນບັດຢູ່ບາງປະເທດຍັງສືບຕໍ່ເຄື່ອນໄຫວ. ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ກໍໄດ້ປະກາດໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງແລ້ວ. ຕາມໝາກຜົນດັ່ງກ່າວ, ພາຍຫຼັງນັບບັດໄດ້ 82,76% ບັດ, ຜູ້ຮັບສະໝັກເລືອກຕັ້ງເອກະລາດ Vladimir Putin ຍາດໄດ້ບັດສະໜັບສະໜູນ 87,18%. ຮອງມາແມ່ນຜູ້ສະໝັກເລືອກຕັ້ງພັກຄອມມູນິດ ສະຫະພັນ ລັດເຊຍ (KPRF) Nikolai Kharitonov, ດ້ວຍຈຳນວນບັດສະໜັບສະໜູນ 4,23%.
ຕອນຄ່ຳວັນທີ 17 ມີນາ, ກ່າວຄຳເຫັນຢູ່ສຳນັກງານທີ່ດຳເນີນການຫາສຽງເລືອກຕັ້ງຂອງຕົນ, ທ່ານ Vladimir Putin ໃຫ້ຮູ້ວ່າ: “ພວກເຮົາທຸກຄົນແມ່ນຢູ່ຖັນແຖວດຽວກັນ”. ທ່ານເນັ້ນໜັກວ່າ ແຫຼ່ງກຳລັງແຮງຂອງປະເທດ ແມ່ນປະຊາຊົນ ລັດເຊຍ, ເຈດຈຳນົງລວມຂອງປະຊາຊົນທົ່ວປະເທດໄດ້ສ້າງຂຶ້ນດ້ວຍສຽງເວົ້າຂອງປະຊາຊົນທຸກຄົນ.
ທູຮ່າ - ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ