ທ່ານ Donald Trump ປະທານາທິບໍດີ
ຜູ້ຊະນະໃນການເລືອກຕັ້ງ ອາເມລິກາ
(ພາບ: Reuters)
(vovworld) - ວັນທີ 21/11, ທ່ານ Donald Trump ປະທານາທິບໍດີຜູ້ຊະນະໃນການເລືອກຕັ້ງ ອາເມລິກາ ປະກາດເທບວີດີໂອຕອນໜຶ່ງທີ່ບັນທຶກກ່ຽວກັບບັນດາວຽກງານ ເຊິ່ງທ່ານຈະປະຕິບັດໃນວັນເຮັດວຽກທຳອິດຢູ່ທຳນຽບຂາວ, ໃນນັ້ນ ທ່ານ Trump ຈະປະກາດໃຊ້ລັດຖະດຳລັດອຳນາດບໍລິຫານກ່ຽວກັບເລື່ອງ ອາເມລິກາ ຖອນອອກຈາກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ໃນເທບວີດີໂອຕອບດັ່ງກ່າວ, ທ່ານ Trump ກໍ່ໃຫ້ຮູ້ວ່າ ຈະສະເໜີຫລຸດຜ່ອນບັນດາຂໍ້ກຳນົດຂອງລັດຖະບານລົງ, ຊີ້ນຳກະຊວງແຮງງານສືບສວນບັນດາກໍລະນີສວຍໃຊ້ໂຄງການວິຊາ, ພ້ອມທັງ ຍົກເລີກຂໍ້ຈຳກັດຈຳນວນໜຶ່ງສຳລັບການຜະລິດພະລັງງານ, ໃນນັ້ນ ມີການຜະລິດຫີນນ້ຳມັນ, ອາຍແກັສ ແລະ ຖ່ານຫີນ. ໃນບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງຕົນ ທ່ານ Trump ໄດ້ເອີ້ນ TPP ແມ່ນ “ຂໍ້ຕົກລົງບໍ່ມີຜົນປະໂຫຍດ” ຈະ“ບັງຄັບ” ປະເທດ ອາເມລິກາ ດ້ວຍການນຳເອົາວຽກເຮັດງານທຳຂອງຊາວ ອາເມລິກາ ໄປຍັງບັນດາປະເທດມີຄ່າແຮງງານຖືກກ່ວາ.