ທາບທາມຄວາມເຫັນກ່ຽວກັບການເຄື່ອນໄຫວໂອນສິດການຄ້າຢູ່ຫວຽດນາມ
(ທີ່ກອງປະຊຸມສຳມະນາ)
(vovworld) - ຫວຽດນາມ ຕ້ອງປັບປຸງສະພາບແວດລ້ອມດ້ານນິຕິກຳກ່ຽວກັບການເຄື່ອນໄຫວໂອນສິດການຄ້າຢູ່ຫວຽດນາມ ໃນໄລຍະຈະມາເຖິງໂດຍໄວ. ນີ້ແມ່ນຄຳເຫັນຂອງບັນດາຜູ້ແທນທີ່ກອງປະຊຸມສຳມະນາ “ທາບທາມຄວາມເຫັນ ແລະ ການເຈລະນາກ່ຽວກັບການປະຕິບັດບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການເຄື່ອນໄຫວໂອນສິດການຄ້າຢູ່ຫວຽດນາມ”, ຖືກດຳເນີນໄປໃນຕອນເຊົ້າວັນທີ 04/08, ຢູ່ຮ່າໂນ້ຍ. ບັນດາຄຳເຫັນທີ່ກອງປະຊຸມສຳມະນາຖືວ່າ, ໃນໄລຍະຈະມາເຖິງ, ທ່າອ່ຽງໂອນສິດການຄ້າຈະນັບມື້ນັບເພີ່ມສູງ, ສະນັ້ນ, ຄວາມຮຽກຮ້ອງສຳລັບຫວຽດນາມ ແມ່ນຕ້ອງປັບປຸງບັນດາຂໍ້ກຳນົດກ່ຽວກັບການເຄື່ອນໄຫວໂອນສິດການຄ້າໃຫ້ສອດຄ່ອງ ເພື່ອເໝາະສົມກັບສະພາບຕົວຈິງດຳເນີນທຸລະກິດ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍທີ່ເຂົ້າຮ່ວມ. ທ່ານ ຟ້າມງວຽນມິງ, ນັກຊ່ຽວຊານໂຄງການໜູນຊ່ວຍນະໂຍບາຍການຄ້າ ແລະ ການລົງທຶນຂອງເອີລົບ, ຖືວ່າ.
“ເພື່ອຊຸກຍູ້ການເຄື່ອນໄຫວໂອນສິດການຄ້າຢູ່ຫວຽດນາມ ຈຳເປັນຕ້ອງປັບປຸງລະບອບນະໂຍບາຍໃຫ້ສອດຄ່ອງ. ຕ້ອງກຳນົດໃຫ້ລະບົບເຄື່ອງໝາຍການຄ້າ, ຜະລິດຕະພັນ, ຮູບແບບ, ລະບົບຂັ້ນຕອນທີ່ຄາດວ່າ ຈະມອບສົ່ງໃຫ້ບັນດານັກຮັບສິດການຄ້າ. ເພີ່ມທະວີວຽກງານບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ທີ່ເຂົ້າຮ່ວມການເຄື່ອນໄຫວໂອນສິດການຄ້າ ໃນໄລຍຈະມາເຖິງ”.