ທ່າອາກາດສະຍານສາກົນ ໂນ້ຍບາຍ ຈຳເປັນຕ້ອງລົງທຶນໃຫ້ທັນສະໄໝ ດ້ວຍຂອບຂະໜາດໃຫຍ່
(VOVWORLD) -ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຖືວ່າ, ດ້ວຍຄວາມໄວໃນການຟື້ນຟູ , ເຕີບໂຕໂດຍໄວຂອງຂະແໜງການບິນ, ເລື່ອງທ່າອາກາດສະຍານສາກົນ ໂນ້ຍບາຍວສໃສດຕ້ອນຮັບແຂກ 50 ລ້ານເທື່ອຄົນ/ປີ ໃນປີ 2030 ແມ່ນສິ່ງທີ່ເປັນໄປໄດ້
ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ລົງກວດກາຂອບຂະໜາດເຂດປ້ອງກັນຊາດ ຂອງ ທ່າອາກາດສະຍານສາກົນ ໂນ້ຍບາຍ (ພາບ: TTXVN) |
ຕອນບ່າຍວັນທີ 21 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ພ້ອມກັບຄະນະປະຕິບັດງານ ໄດ້ລົງກວດກາ ແລະ ເຮັດວຽກກ່ຽວກັບສະພາບການປະຕິບັດແຜນຮ່າງວາງແຜນກຳນົດທ່າອາກາດສະຍານສາກົນ ໂນ້ຍບ່າຍໄລຍະ 2021 – 2030, ວິໄສທັດຮອດປີ 2050. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຖືວ່າ, ດ້ວຍຄວາມໄວໃນການຟື້ນຟູ , ເຕີບໂຕໂດຍໄວຂອງຂະແໜງການບິນ, ເລື່ອງທ່າອາກາດສະຍານສາກົນ ໂນ້ຍບາຍວສໃສດຕ້ອນຮັບແຂກ 50 ລ້ານເທື່ອຄົນ/ປີ ໃນປີ 2030 ແມ່ນສິ່ງທີ່ເປັນໄປໄດ້. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກ ທັດສະນະຂອງທ່າອາກາດສະຍານສາກົນ ໂນ້ຍບາຍ ຕ້ອງໄດ້ຮັບການລົງທຶນທີ່ທັນສະໄໝດ້ວຍຂອບຂະໜາດໃຫຍ່, ມີລະດັບສູງກ່ວາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ເຫັນດີເປັນເອກະພາບວິທີການກ່ຽວກັບທີ່ຕັ້ງ ແລະ ເນື້ອທີ່ເປີດກວ້າງທ່າອາກາດສະຍານໂນ້ຍບາຍ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຕ້ອງສ້າງ ແລະ ອະນຸມັດການວາງແຜນຜັງໂຄງການໃຫ້ສຳເລັດໂດຍໄວ; ສູ້ຊົນເລີ່ມລົງມືກໍ່ສ້າງລາມບິນ ແລະ ອາຄານຮັບຮັບຜູ້ໂດຍສານໃນປີ 2024 – 2025.