ທ່ານ Sean Spicer, ເລຂາດ້ານການຂ່າວຂອງທຳນຽບຂາວ
(ພາບ: EPA/TTXVN)
|
(vovworld) – ວັນທີ 31/1, ທ່ານ Sean Spicer, ເລຂາດ້ານການຂ່າວຂອງທຳນຽບຂາວ ໄດ້ປະກາດວ່າ: ລັດຖະດຳລັດຂອງທ່ານປະທານາທິບໍດີ Donald Trump ເຊິ່ງຫ້າມຊາວອົບພະຍົບ ກໍ່ຄືປະຊາຊົນຢູ່ 7 ປະເທດມີຊາວມຸດສະລິມກວມອັດຕາສ່ວນຫຼາຍເຂົ້າໄປ ອາເມລິກາ ນັ້ນ ບໍ່ແມ່ນວ່າ “ຄຳສັ່ງຫ້າມເຂົ້າເມືອງ”. ກ່າວຄຳເຫັນທີ່ການປະຊຸມຂ່າວນັດສາມັນ, ທ່ານ Spicer ໄດ້ຖິ້ມໂທດໃສ່ບັນດາພາຫະນະສື່ມວນຊົນ ຖືນະໂຍບາຍທີ່ພວມກໍ່ຄວາມຜິດຖຽງກັນນີ້ແມ່ນ “ຄຳສັ່ງເກືອດຫ້າມ”. ທ່ານຢັ້ງຢືນວ່າ: ລັດຖະດຳລັດ ຂອງທ່ານ Trump “ບໍ່ແມ່ນຄຳສັ່ງເກືອດຫ້າມສຳລັບຊາວ ມຸດສະລິມ ຫາກພຽງແຕ່ແມ່ນກົນໄກພິຈາລະນະຊີວະປະຫວັດເພື່ອແນໃສ່ປົກປ້ອງໃຫ້ປະເທດອາເມລິກາ ປອດໄພ”.
ແລະກໍ່ໃນວັນດຽວກັນ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ທ່ານປະທານາທິບໍດີ Trump ຍົກເລີກລັດຖະດຳລັດດັ່ງກ່າວຍິ່ງໄວກໍ່ຍິ່ງດີ. ຜູ້ນຳ ສປຊ ໄດ້ຢັ້ງຢືນວ່າ ບັນດາປະເທດມີສິດສະກັດກັ້ນການແຊກຊຶມເຂົ້າເມືອງຂອງອົງການກໍ່ການຮ້າຍ, ແຕ່ບໍ່ໄດ້ອີງໃສ່ການຈຳແນກປະພຶດກ່ຽວຂ້ອງເຖິງສາສະໜາ, ເຊື້ອຊາດຜິວພັນ ຫຼື ສັນຊາດຂອງບຸກຄົນ. ທ່ານໄດ້ສະແດງຄວາມວິຕົກວັງວົນວ່າ ຈະນັບມື້ນັບມີຫຼາຍດ້ານຊາຍແດນຖືກອັດປະຕູສຳລັບຂະບວນຊາວອົບພະຍົບທີ່ລີ້ຕົວຈາກບັນດາການປະທະກັນ ແລະ ສະພາບການຖືກປາບປາມ, ພ້ອມທັງຢັ້ງຢືນວ່າສິ່ງດັ່ງກ່າວແມ່ນລະເມີດກົດໝາຍສາກົນວ່າດ້ວຍການປົກປ້ອງຊາວອົບພະຍົບ.