ທຳນຽບຂາວເລີ່ມບັ້ນຂົນຂວາຍສະພາແຫ່ງຊາດສະໜັບສະໜູນຂໍ້ຕົກລົງກັບອີຣານ
(ທ່ານປະທານາທິບໍດີ Barack Obama)
(vovworld) - ຕໍ່ໜ້າສະພາແຫ່ງຊາດໂດຍພັກສາທະລະນະກຳອຳນາດຄວບຄຸມ ຍັງລະແວງສົງໄສຢູ່, ຊ້ຳບໍ່ໜຳຍັງຄັດຄ້ານຂໍ້ຕົກລົງທີ່ມີລັກສະນະປະຫວັດສາດເຊິ່ງຫາກໍໄດ້ຮັບການລົງນາມທີ່ກ່ຽວຂ້ອງເຖິງໂຄງການນິວເຄຼີຍຂອງອີຣານ, ວັນທີ 15/07, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Barack Obama ພ້ອມກັນເປີດບັ້ນຂົນຂວາຍບັນດານັກສ້າງກົດໝາຍສະໜັບສະໜູນໝາກຜົນທາງການທູດທີ່ຫາກໍບັນລຸໄດ້ນີ້. ກ່າວຄຳເຫັນທີການປະຊຸມຂ່າວໃນວັນທີ 15/07, ທ່ານປະທານາທິບໍດີ Barack Obama ຢືນຢັນວ່າ, ຂໍ້ຕົກລົງເຊິ່ງກຸ່ມ P5+1 (ເຊິ່ງລວມມີອາເມລິກາ, ອັງກິດ, ຝລັ່ງ, ຈີນ ແລະ ເຢຍລະມັນ) ຫາກໍໄດ້ຮັບການລົງນາມໃນວັນທີ 14/07, ຕາມນັ້ນແລ້ວ ໄດ້ຈຳກັດໂຄງການນິວເຄຼຍຂອງອີຣານ, ແມ່ນວິທີດີທີ່ສຸດເພື່ອຫຼິກລ້ຽງການຊ່ວງເສັງອາວຸດນິວເຄຼຍ ແລະ ເກີດສົງຄາມໃໝ່ຢູ່ເຂດຕາເວັນອອກກາງ. ທ່ານປະທານາທິບໍດີ Obama ດ້ານໜຶ່ງໄດ້ກະຕຸກຊຸກຍູ້ບັນດານັກສ້າງກົດໝາຍ, ໂດຍສະເພາະແມ່ນບັນດາສະມາຊິກສະພາແຫ່ງຊາດພັກສາທາລະນະລັດ, ສະໜັບສະໜູນ ແລະ ຮັບຮອງເອົາຂໍ້ຕົກລົງນີ້, ດ້ານອື່ນຖະແຫຼງວ່າ ພ້ອມແລ້ວທີ່ຈະນຳໃຊ້ສິດຢັ້ບຢັ້ງຖ້າຫາກສະພາແຫ່ງຊາດປະຕິເສດ.