ນັກກິລາ wushu ຫວຽດນາມ ຍາດໄດ້ສອງຫຼຽນຄຳ ໃນວັນແຂ່ງຂັນທຳອິດຂອງ SEA Games 29
(VOVWORLD) - ໃນວັນແຂ່ງຂັນທາງການທຳອິດພາຍຫຼັງພິທີໄຂງານມະຫາກຳກິລາ Sea Games 29, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ບັນດາຫຼຽນຄຳທຳອິດ, ໃນປະເພດກິລາ wushu, ນັ້ນແມ່ນນັກກິລາ ເຢືອງຖູ໋ຍວີ ແລະ ນັກກິລາ ຮ່ວາງທິເຟືອງຢາງ.
ນັກກິລາ ຮ່ວາງທິເຟືອງຢາງ |
ພາຍຫຼັງທີ່ຄະນະນັກກິລາຂອງທິມ wushu ຄ້ວາໄດ້ 2 ຫຼຽນຄຳທຳອິດໃຫ້ຄະນະນັກກິລາ ຫວຽດນາມ ຢູ່ Sea Games 29, ທ່ານ ເຈີ່ນດຶກເຟີ໋ນ, ຫົວໜ້າຄະນະນັກກິລາ ຫວຽດນາມ ໄດ້ມອບລາງວັນໃຫ້ບັນດານັກກິລາຢູ່ກັບທີ່. ດ້ວຍ 2 ຫຼຽນຄຳ wushu, ຄະນະນັກກິລາ ຫວຽດນາມ ບືນຕົວຂຶ້ນຢຶນອັນດັບທີ 5 ໃນຕາຕະລາງຈັດອັນດັບ.