ນັກຂ່າວ ຄວນໝູນໃຊ້ສື່ສັງຄົມອອນລາຍ ເພື່ອແຜ່ຂະຫຍາຍບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດ

(VOVWORLD) -ບົດບາດຂອງບັນດາອົງການສື່ມວນຊົນເປັນທາງການ ນັບມື້ນັບໄດ້ຮັບການຢັ້ງຢືນຫຼາຍກວ່າໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປົກປັກຮັກສາອະທິປະໄຕຂອງປະເທດຊາດ ກໍຄືແຜ່ຂະຫຍາຍບັນດາການວຽກເຮັດງານທໍາທີ່ດີໃນສັງຄົມ.
ນັກຂ່າວ ຄວນໝູນໃຊ້ສື່ສັງຄົມອອນລາຍ ເພື່ອແຜ່ຂະຫຍາຍບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດ - ảnh 1 ທ່ານຮອງສາດສະດາຈານ, ປະລິນຍາເອກ, ຫງວຽນເຖ໊ກີ໋, ກໍາມະການສູນກາງພັກ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ

  ວັນທີ 21 ມິຖຸນາ ແມ່ນວັນສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 94 ປີ (21/06/1925 – 21/06/2019). 94 ປີຜ່ານມາ, ພື້ນຖານສື່ມວນຊົນປະຕິວັດຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ກາຍເປັນເຄື່ອງມືທີ່ແຫຼມຄົມ ແລະ ແມ່ນຂົວເຊື່ອມຕໍ່ສໍາຄັນລະຫວ່າງ ພັກ, ລັດ ກັບ ວິສາຫະກິດ ແລະ ສັງຄົມ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ສື່ມວນຊົນ ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ, ເມື່ອການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ ແລະ ກໍາລັງວາງອອກບັນດາການປ່ຽນແປງຢ່າງໄວວາ, ກະທັນຫັນ ໃນທຸກຂົງເຂດຊີວິດສັງຄົມ. ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ, ຫງວຽນເຖ໊ກີ໋, ກໍາມະການສູນກາງພັກ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມແລ້ວ, ໃນຍຸກສະໄໝພາຫະນະການສື່ສານຂ່າວຫຼາຍຢ່າງ, ໃນນັ້ນມີສື່ສັງຄົມອອນລາຍ ພັດທະນາຢ່າງແຮງນັ້ນ, ບົດບາດຂອງບັນດາອົງການສື່ມວນຊົນເປັນທາງການ ນັບມື້ນັບໄດ້ຮັບການຢັ້ງຢືນຫຼາຍກວ່າໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປົກປັກຮັກສາອະທິປະໄຕຂອງປະເທດຊາດ ກໍຄືແຜ່ຂະຫຍາຍບັນດາການວຽກເຮັດງານທໍາທີ່ດີໃນສັງຄົມ. ທັງອົງການສື່ມວນຊົນ ແລະ ນັກຂ່າວກໍຕ້ອງມີການປ່ຽນແປງໃໝ່, ໃນນັ້ນ ນັກຂ່າວ ຄວນໝູນໃຊ້ສື່ສັງຄົມອອນລາຍ ເພື່ອກໍານົດທິດ ແລະ ແຜ່ຂະຫຍາຍບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດ.


ຕອບກັບ

ຂ່າວ/ບົດ​ອື່ນ