ນັກຂ່າວ VOV5 ຍາດໄດ້ລາງວັນພິເສດໃນການເສັງ “ພ້ອມກັນ ປະດິດຄິດສ້າງ”
ນັກຂ່າວ ຮ່ວາຍມີ, ຈາກໂຊຈີ, ລັດເຊຍ -  
(ນາງສາວລັດເຊຍ ສວນມບົດຕົວລະຄອນໃນຟິມຮູບເງົາ ດ້ຽນບຽນຟຸ)
(vovworld) – ໂດຍໄດ້ຄະແນນລື່ນກາຍບົດເສັງ 2000 ບົດຂອງບັນດາຜູ້ເຂົ້າຮ່ວມການເສັງທີ່ມາຈາກ 19 ປະເທດ 49 ພາກພື້ນຂອງລັດເຊຍ, ບົດສາລະຄະດີ “ນາງສາວລັດເຊຍ ສວນມບົດຕົວລະຄອນໃນຟິມຮູບເງົາ ດ້ຽນບຽນຟຸ” ຊຶ່ງແມ່ນປະເພດລາຍການກະຈາຍສຽງຂອງນັກຂ່າວ ຫວູຮ່ວາຍມີ, ພວມເຮັດວຽກຢູ່ລະບົບກະຈາຍສຽງພາກພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງຫວຽດນາມ, ຍາດໄດ້ລາງວັນພິເສດໃນການເສັງ “ພ້ອມກັນປະດິດຄິດສ້າງ” ໂດຍກອງທຶນ “ໂລກລັດເຊຍ” ຈັດຕັ້ງ. ລາງວັນໄດ້ມອບທີ່ການພົບປະ ແລະ ພິທີມອບລາງວັນໃຫ້ແກ່ບັນດານັກຂ່າວເຂົ້າຮ່ວມການເສັງ, ເຊິ່ງດຳເນີນໃນຕອນຄໍ່າວັນທີ 02/11, ຢູ່ນະຄອນ Sochi, ສະຫະພັນລັດເຊຍ.
ກອງປະຊຸມຄັ້ງທີ 8 ກອງທຶນ “ໂລກລັດເຊຍ” ດຳເນີນໃນວັນທີ 02 – 04/11, ແມ່ນການເຄື່ອນໄຫວໃຫຍ່ກວ່າໝູ່ໃນປີຂອງກອງທຶນ “ໂລກລັດເຊຍ” ແລະ ເພື່ອແນໃສ່ສະເຫຼີມສະຫຼອງວັນສາມັກຄີຊົນຊາດ. ເວທີປາໄສສາກົນໃຫຍ່ນີ້ ໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ສົມທົບບັນດາຄວາມມານະພະຍາຍາມປົກປັກຮັກສາ ແລະ ເຜີຍແຜ່ບັນດາມໍລະດົກວັດທະນະທຳ ແລະ ປະຫວັດສາດຂອງພື້ນຖານອະລິຍະທຳລັດເຊຍ.
ນັກຂ່າວ ຮ່ວາຍມີ, ຈາກໂຊຈີ, ລັດເຊຍ