ນັກຊ່ຽວຊານສາກົນຕີລາຄາຕັ້ງໜ້າໝາກຜົນແຫ່ງການປ່ຽນແປ່ງໃໝ່ຂອງຫວຽດນາມ
(VOVWORLD) -ໃນລະຫວ່າງວັນທີ 20 – 21 ພະຈິກ, ຢູ່ມະຫາວິທະຍາໄລແຫ່ງຊາດອົດສະຕາລີ (ANU) ຢູ່ນະຄອນຫຼວງ Canberra, ໄດ້ດຳເນີນກອງປະຊຸມສຳມະນາກ່ຽວກັບສະພາບການຫວຽດນາມ 2017 (Vietnam Update) ດ້ວຍຫົວຂໍ້ “ຊີວິດທາງດ້ານການເມືອງຫວຽດນາມ’.
ນັກຊ່ຽວຊານສາກົນຕີລາຄາຕັ້ງໜ້າໝາກຜົນແຫ່ງການປ່ຽນແປ່ງໃໝ່ຂອງຫວຽດນາມ
(ພາບ: baotintuc.vn)
|
ໃນ 2 ມື້ດຳເນີນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຮັບຟັງ 16 ບົດປະກອບຄວາມເຫັນຂອງບັນດານັກຄົ້ນຄວ້າ, ໄຈ້ແຍກກ່ຽວກັບບັນດາການພັດທະນາທີ່ໜ້າປະທັບໃຈທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ… ຂອງຫວຽດນາມ. ບົດປະກອບຄວາມເຫັນສ່ວນຫຼາຍລ້ວນແຕ່ໃຫ້ຂໍ້ສັງເກດວ່າ, ພາຍຫຼັງໄລຍະ 30 ປີແຫ່ງການປະຕິບັດນະໂຍບາຍເປີດປະຕູ, ຫວຽດນາມ ໄດ້ມີບາດກ້າວຫຼາຍຢ່າງ, ອັດຕາຄວາມອຶດຫິວທຸກຍາກຖືກຫຼຸດລົງ, ລາຍຮັບຂອງປະຊາຊົນໄດ້ເພີ່ມຂຶ້ນ, ຊີວິດການເປັນຢູ່ ແລະ ອາຊີບຂອງປະຊາຊົນພວມມີການປ່ຽນແປ່ງ.