ນັກທຸລະກິດຫວຽດ ນາມຮ່ວມເດີນທາງ ພ້ອມກັບການພັດ ທະນາຂອງປະເທດຊາດ
ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນນັກທຸລະກິດຫວຽດນາມຢູ່ລາວ
(ພາບ: Hoàng Cương/Vietnam+ )
(vovworld) –ວັນທີ 13/10 ແມ່ນວັນສະເຫຼີມສະຫຼອງ 10 ປີແຫ່ງວັນນັກທຸລະກິດຫວຽດນາມ (13/10/2004-13/10/2014). ໃນໂອກາດນີ້, ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຈັດການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ, ເຊີດຊູບັນດານັກທຸລະກິດ-ວິສາຫະກິດດີເດັ່ນ. ວັນທີ 11/10, ຢູ່ຮ່າໂນ້ຍ, ທ່ານປະທານປະເທດເຈືອງເຕີນຊາງໄດ້ເຂົ້າຮ່ວມງານພົບປະກັບນັກທຸລະກິດດິເດັ່ນປີ 2014 ລວມກ່ວາ 100 ຄົນ. ຢູ່ນະຄອນໂຮ່ຈິມິນ, ສະຫະສະມາຄົມນັກທຸລະກິດນະຄອນໂຮ່ຈິມິນ ໄດ້ຈັດພິທີເຊີດຊູນັກທຸລະກິດເດີເດັ່ນນະຄອນປີ 2014 ລວມ 100 ຄົນ. ທ່ານ ຟ້າມງອກຮຶງ, ຮອງປະທານສະຫະສະມາຄົມນັກທຸລະກິດນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ໃນຈຳນວນນັກທຸລະກິດດີເດັ່ນ 100 ຄົນນີ້ ແມ່ນບັນດາການນຳວິສາຫະກິດດຳເນີນທຸລະກິດບັນລຸປະສິດທິຜົນ, ປະກອບສ່ວນຫຼາຍເຂົ້າໃນງົບປະມານແຫ່ງລັດ. ວິສາຫະກິດມີການປະຕິຮູບໃນການຄຸ້ມຄອງ ແລະ ຜະລິດບັນດາຜະລິດຕະພັນໃໝ່ໃຫ້ແກ່ສັງຄົມ, ຕັ້ງໜ້າເຂົ້າຮ່ວມວຽກງານການກຸສົນ, ວຽກງານສັງຄົມ“.
ເນື່ອງໃນໂອກາດນີ້, ທ່ານຫວຸ້ຕຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໃຫ້ຮູ້ວ່າ:
“ເວລາ 10 ປີຜ່ານມາແມ່ນວິວັດການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກຂອງວິສາຫະກິດ, ວິສາຫະກິດນັບແສນແຫ່ງໄດ້ຖອນອອກຈາກຕະຫຼາດ, ມີຈຸດເວລາທີ່ມີເຖິງ 60-70% ວິສາຫະກິດດຳເນີນທຸລະກິດບໍ່ມີກຳໄລ ແຕ່ວິສາຫະກິດສ່ວນຫຼາຍຍັງມີການຄົງຕົວໄດ້ຢູ່. ວິກິດການເສດຖະກິດໄດ້ຊ່ວຍວິສາຫະກິດສາມາດດັດສົມຍຸດທະສາດແຫ່ງການດຳເນີນທຸລະກິດ, ຄຸ້ມຄອງ, ພິເສດແມ່ນຄຸ້ມຄອງຄວາມສ່ຽງ, ປັບປຸງບັນດາພື້ນຖານຂອງການພັດທະນາ, ຜ່ານຜ່າຄວາມຫຍຸ້ງຍາກ, ບັນດານັກທຸລະກິດຫວຽດນາມມີຄວາມລະມັດລະວັງກ່ວາ ແລະ ເຕີບໃຫ່ຍຂຶ້ນ“./.