ນັກບວດ, ຄຸນ​ພໍ່ສະ​ໝັກ​ໃຈ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບິ່ງ​ເຢືອງ

(VOVWORLD) -ມາຮອດປັດຈຸບັນ, ທາງແຂວງ ບິ່ງເຢືອງໄດ້ຢັ້ງຢືນມີຜູ້ຕິດເຊື້ອກ່ວາ 41.000 ຄົນໃນບໍລິເວນ. ການນຳແຂວງໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຕ້ອງຮ່ວມແຮງຮ່ວມໃຈ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປໂດຍໄວ ເພື່ອນຳແຂວງທີ່ມີບັນດາເຂດອຸດສາຫະກຳນີ້ກັບຄືນສູ່ສະພາບການປົກກະຕິໃໝ່
ນັກບວດ, ຄຸນ​ພໍ່ສະ​ໝັກ​ໃຈ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບິ່ງ​ເຢືອງ - ảnh 1ບັນດາຜູ້ແທນມອບຂອງຂວັນລະດົມກຳລັງໃຈໃຫ້ແກ່ຜູ້ອາສາສະໝັກ (ພາບ: baobinhduong.vn)

ວັນທີ 15 ສິງຫາ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຂວງບິ່ງເຢືອງ ໄດ້ຈັດຕັ້ງພິທີອອກເຄື່ອນພົນ ນຳຜູ້ອາສາສະໝັກ ປະມານ 200 ຄົນ ເຊິ່ງແມ່ນ ນັກບວດ, ຄຸນພໍ່ ແລະ ຊາວຄຼິດ ເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນແຂວງ. ພາຍຫຼັງພິທີ, ຄະນະຜູ້ອາສາສະໝັກ ໄດ້ເດີນທາງໄປຍັງເທດສະບານເຕີນອວຽນ, ເຊິ່ງແມ່ນແຫ່ງທີ່ສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ ໃນໄລຍະທີ່ຜ່ານມາ, ເພື່ອໜູນຊ່ວຍຂະແໜງການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທີ່ນີ້.

ມາຮອດປັດຈຸບັນ, ທາງແຂວງ ບິ່ງເຢືອງໄດ້ຢັ້ງຢືນມີຜູ້ຕິດເຊື້ອກ່ວາ 41.000 ຄົນໃນບໍລິເວນ. ການນຳແຂວງໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຕ້ອງຮ່ວມແຮງຮ່ວມໃຈ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປໂດຍໄວ ເພື່ອນຳແຂວງທີ່ມີບັນດາເຂດອຸດສາຫະກຳນີ້ກັບຄືນສູ່ສະພາບການປົກກະຕິໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ