ນັກປະມູນກັບຄືນເຂດເສດຖະກິດ ວູ້ງອ໋າງ, ຮ່າຕິ້ງ ເຮັດວຽກ
(ພາບປະກອບ)
(vovworld) – ວັນທີ 05/06, ຄະນະຄຸ້ມຄອງເຂດເສດຖະກິດແຂວງຮ່າຕິ້ງ ໃຫ້ຮູ້ວ່າ, ພາຍຫຼັງເກີດການປະທະກັນລະຫວ່າງບັນດາກຳມະກອນຈີນ ແລະ ຫວຽດນາມ ໃນກາງເດືອນ 5 ທີ່ຜ່ານມາຢູ່ສະຖານທີ່ກໍ່ສ້າງໂຄງການ Formosa, ໄລ່ມາຮອດປະຈຸບັນ, ໄດ້ມີ 8 ນັກປະມູນຈີນ ກັບຄືນເຂດເສດຖະກິດວູ້ງອ໋າງ ເຮັດວຽກເປັນປົກກະຕິ, ໃນນັ້ນມີນັກເຕັກນິກກວ່າ 100 ຄົນ. ນອກນັ້ນຍັງມີຄົນງານກວ່າ 16.000 ຄົນ ຂຶ້ນກັບ 33 ນັກປະມູນຕົ້ນຕໍ່ ກໍ່ໄດ້ກັບຄືນສະຖານທີ່ກໍ່ສ້າງເຮັດວຽກເປັນປົກກະຕິ. ວຽກງານປົກປັກຮັກສາຄວາມປອດໄພຄວາມເປັນລະບຽບຮຽບຮ້ອຍໃນເຂດເສດຖະກິດວູ້ງອ໋າງ ເວົ້າລວມ ແລະ ໃນເຂດໂຄງການ Formosa ເວົ້າສະເພາະພວມໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ຮັບປະກັນໃຫ້ຄົນງານ ແລະ ບັນດາວິສາຫະກິດ, ນັກລົງທຶນພາຍໃນ ແລະ ຕ່າງປະເທດອຸ່ນອ່ຽນໃຈເຮັດວຽກ. ໃນໄລຍະຈະມາເຖິງ, ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ສືບຕໍ່ສົມທົບກັບບໍລິສັດຈຳກັດ ຂາງເຫຼັກ ຮືງຫງຽບ Formosa ຮ່າຕິ້ງ ມານະພະຍາຍາມຮຽກຮ້ອງບັນດານັກປະມູນຢູ່ພາຍໃນ ແລະ ຕ່າງປະເທດອື່ນໆກັບຄືນເຮັດວຽກ.
ກ່ຽວຂ້ອງເຖິງວຽກງານຊົດເຊີຍຄວາມເສຍຫາຍໃຫ້ແກ່ບັນດາວິສາຫະກິດ, ຕອນບ່າຍວັນທີ 06/06, ຢູ່ແຂວງບິ່ງເຍືອງ, ຜູ້ຕາງໜ້າບັນດາບໍລິສັດປະກັນໄພໄດ້ມອບຈຳນວນເງິນ 20 ຕື້ດົງ ເພື່ອຊົດເຊີຍຄັ້ງທີ່ 1 ໃຫ້ແກ່ບັນດາວິສາຫະກິດຢູ່ແຂວງບິ່ງເຍືອງ ທີ່ຖືກເສຍຫາຍໃນການແຫ່ຂະບວນປະທ້ວງຜ່ານມາ.