ນັກສືກສາ 100 ຄົນທີ່ດີເດັ່ນໄດ້ຮັບ ລາງວັນ “ດາວເດືອນຈຽງ” ປີ 2014
ບັນດານັກສຶກສາຍາດໄດ້ລາງວັນ “ດາວເດືອນຈຽງ” ປີ 2014 |
(vovworld)- ຕອນເຊົ້າວັນທີ 7/1, ຢູ່ຮ່າໂນ້ຍ, ສູນກາງສະມາຄົມນັກສຶກສາຫວຽດນາມໄດ້ຈັດລາຍການຊົມເຊີຍນັກສຶກສາຍາດໄດ້ລາງວັນ “ດາວເດືອນຈຽງ” ແລະ “ນັກສຶກສາ 5 ດີ” ຂັ້ນສູນກາງປີ 2014. ປີນີ້, ມີນັກສືກສາ 100 ຄົນທີ່ດີເດັ່ນໄດ້ຮັບ ລາງວັນ “ດາວເດືອນຈຽງ”, ໃນນັ້ນ ມີນັກສຶກສາຂັ້ນມະຫາວິທະຍາໄລ 72 ຄົນ ແລະ ນັກສຶກສາຂັ້ນວິທະຍາໄລ 28 ຄົນ. ພິເສດມີ 7 ລາງວັນ “ດາວເດືອນຈຽງ” ແມ່ນໄດ້ແກ່ຊາວເຜົ່າສ່ວນໜ້ອຍ. ບັນດາ ລາງວັນ “ດາວເດືອນຈຽງ” ປີນີ້ແມ່ນໄດ້ແກ່ພວກນັກສຶກສາທີ່ດີເດັ່ນດ້ວຍຜົນງານການຮ່ຳຮຽນທີ່ດີເດັ່ນ ແລະ ຕ່າງກໍແມ່ນເລຂາໜ່ວຍຊາວໜຸ່ມ, ຫົວໜ້າສະມາຄົມນັກສຶກສາໂຮງຮຽນ, ຫົວໜ້າຫ້ອງທີ່ຜົນງານດີເດັ່ນໃນການຮ່ຳຮຽນ.