ນັກເຈລະຈາປາແລດສະຕີນ ຈະພົບປະກັບລັດຖະມົນຕີການຕ່າງ ປະເທດອາເມລິກາ ໃນອາທິດໜ້າ
ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດອາເມລິກາ
(ພາບ:vtv.vn)
( vovworld ) – ວັນທີ 15/6, ທ່ານນາງ Victoria Nuland ໂຄສົກກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ທ່ານ Saeb Erakat ຫົວໜ້າຄະນະເຈລະຈາຂອງປາແລດສະຕີນ ຈະພົບປະກັບທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດອາເມລິກາ ໃນອາທິດໜ້າ, ໃນຄວາມມານະພະຍາຍາມເພື່ອແນໃສ່ເຊື່ອມຕໍ່ບັນດາການເຈລາຈາສັນຕິພາບທີ່ພວມຖືກຢຸດສະງັກ. ທ່ານນາງ Victoria Nuland ໃຫ້ຮູ້ວ່າ: ກ່ອນໜ້ານັ້ນ, ທ່ານນາງ ລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ໄດ້ມີການພົບປະກັບນັກເຈລະຈາອິດສະຣາແອນ, ທ່ານ Yizhak Molho, ນາຍົກລັດຖະມົນຕີອິດສະຣາແອນ Benjamin Netayahu ແລະ ປະທານາທິບໍດີປາແລດສະຕີນ Mahmoud Abbad ແລະ ທ່ານນາງ Victoria Nuland ເນັ້ນໜັກວ່າ, ບັນດາການພົບປະນີ້ໃຫ້ເຫັນວ່າ: ອາເມລິກາ ພວມມານະພະຍາຍາມປັບປຸງການພົວພັນລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ, ຊຸກຍູ້ຝ່າຍຕ່າງໆກ້າວເຂົ້າສູ່ໂຕະເຈລະຈາ.
ໃນຂະນະທີ່ການເຈລະຈາສັນຕິພາບໂດຍກົງຄັ້ງຕ່າງໆລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ ຍັງຖືກຢຸດຕິນັ້ນ, ເຈົ້າໜ້າທີ່ອັນດັບ 1 ຂອງທັງ 2 ຝ່າຍຍັງສືບຕໍ່ຈັດບັນດາການເຈລະຈາບໍ່ເປັນທາງການ ກ່ຽວກັບບັນດາບັນຫາເພື່ອແນ່ໃສ່ເຊື່ອມຕໍ່ບັນດາການເຈລະຈາສັນຕິພາບ.