ນະຄອນຍາຈາງແມ່ນສະຖານທີ່ດຳເນີນເຫດການຄັ້ງທຳອິດຂອງປີAPEC2017ຢູ່ຫວຽດນາມ
(ນາຄອນຍາຈາງ)
(vovworld)- ວັນທີ 1/11, ຢູ່ນະຄອນຍາຈາງ, ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງຕ່າງການປະເທດ ໄດ້ນຳໜ້າຄະນະປະຕິບັດງານ ລວມມີ: ຜູ້ຕາງໜ້າບັນດາອະນຸກຳມະການ ຂອງຄະນະກຳມະການແຫ່ງຊາດ APEC 2017 ມີການເຮັດວຽກ ກັບການນຳຄະນະກຳມະການປະຊາຊົນແຂວງແຄງຮົ່ວ ກ່ຽວກັບການກະກຽມບັນດາເງື່ອນໄຂ ຢູ່ຍາຈາງ ເພື່ອຈັດຕັ້ງບາງເຫດການ ໃນຂອບເຂດກອງປະຊຸມເວທີປາໄສ ການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ປີ 2017 ຢູ່ຫວຽດນາມ.
ລັດຖະບານ ໄດ້ເຫັນດີເລືອກເອົາ ນະຄອນຍາຈາງ ເພື່ອຈັດຕັ້ງກອງປະຊຸມເຈົ້າໜ້າທີ່ຂັ້ນສູງ APEC ຄັ້ງທຳອິດ (SOM1), ເຊິ່ງຈະໄດ້ດຳເນີນ ໃນລະຫວ່າງ ວັນທີ 18/2-3/3/2017, ລວມມີກອງປະຊຸມໃຫຍ່, ນ້ອຍ ກ່ວາ 80 ກອງປະຊຸມ ດ້ວຍການເຂົ້າຮ່ວມ ຂອງຜູ້ແທນ ປະມານ 2.500 ທ່ານ. ກອງປະຊຸມນີ້ ແມ່ນເຫດການທຳອິດທາງການ ຂອງປີ APEC 2017 ຢູ່ຫວຽດນາມ. ພ້ອມກັນນັ້ນ, ຢູ່ຍາຈາງ ຈະດຳເນີນກອງປະຊຸມຮອງລັດຖະມົນຕີການເງິນ APEC ແລະ ກອງປະຊຸມຮອງຜູ້ວ່າການທະນາຄານສູນກາງ APEC. ບັນດາຄວາມຮຽກຮ້ອງຕ້ອງການທີ່ວາງອອກ ໃຫ້ແຂວງແຄງຮົ່ວ ແມ່ນຄວນປັບປຸງພື້ນຖານໂຄງລ່າງ, ກະກຽມແຫຼ່ງຊັບພະຍາກອນມະນຸດ, ຝຶກອົບຮົມ, ບຳລຸງສ້າງກຳລັງນັກອາສາສະມັກ; ມີການກະກຽມຢ່າງລະອຽດລະອໍ ເພື່ອແນໃສ່ຮັບປະກັນ ວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ການຄົມມະນາຄົມ, ສາທະລະນະສຸກ ແລະ ເພີ່ມທະວີວຽກງານໂຄສະນາເຜີຍແຜ່, ເຜີຍແຜ່ເຫດການ ໃນເວລາດຳເນີນບັນດາການເຄື່ອນໄຫວນີ້.