ນະຄອນຮ່າໂນ້ຍສຸມໃສ່ຟື້ນຕົວການຈະເລີນເຕີບໂຕເສດຖະກິດ

ນະຄອນຮ່າໂນ້ຍສຸມໃສ່ຟື້ນຕົວການຈະເລີນເຕີບໂຕເສດຖະກິດ - ảnh 1

(vovworld)- ບົດ​ລາຍ​ງານຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 15 ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ຊຸດ​ທີ 15 ຊື່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 7/1 ຊີ້​ແຈ້ງວ່າ: ຈຸດ​ໝາຍ​ສັງ​ລວມ​ໃນ 2 ປີ 2014-2015 ແມ່ນ​ສຸມ​ໃສ່​ຟື້ນ​ຕົວ​ການ​ຈະ​ເລີນ​ເຕີບ​ໂຕ​ເສດ​ຖະ​ກິດ, ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ກຳ​ລັງ​ແກ້ງ​ແຍ້ງ​ບົນ​ພື້ນ​ຖານ​ປະ​ຕິ​ບັດ 3 ບາດ​ກ້າວ​ບຸກ​ທະລຸ​ຢ່າງ​ຂ້ຽວ​ຂາດ​ຕິດ​ພັນ​ກັບ​ການ​ຍູ້​ແຮງ​ການ​ດຶງ​ດູດ​ລົງ​ທຶນ​ສັງ​ຄົມ ແລະ ປ່ຽນ​ໃຫມ່​ໂຄງ​ປະ​ກອບ​ການ​ລົງ​ທຶນ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ຄວບ​ຄຸມ​ໄພ​ເງິ​ນ​ເຟີ້, ຮັບ​ປະ​ກັ​ນ​ຊີ​ວິດ​ສັງ​ຄົມ. ບັນ​ດາ​ຄາດ​ໝາຍ​ຊື່ງ​ນະ​ຄອນ​ຮ່າ​ໂນ້ຍ​ວາງ​ອອກ ນັ້​ນ​ແມ່ນ: ລະ​ດັບ​ເຕີບ​ໂຕ​ສະ​ເລ່ຍ​ໃນ​ປີ 2014-2015 ​ຈາກ 8,5%-9%/ປີ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ປີ 2015 ແມ່ນ 65-70 ລ້ານ​ດົງ, ລະດັບ​ເພີ່ມ​ເງິນລົງ​ທຶນ​ພັດ​ທະ​ນາ​ແມ່ນ 12-13%. ​ຫລຸດ​ຜ່ອນອັດ​ຕາ​ຄອ​ບ​ຄົວ​ທຸກ​ຍາກເມື່ອ​ທຽບ​ໃສ່​ປີ​ກ່ອນ ຈາກ 0,5 - 0,8%. ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຄາດ​ໝາຍ​ດັ່ງ​ກ່າວ, ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ສຸ​ມ​ໃສ່​ເຂົ້າ​ໃນ 9 ໝ​ວດ​ມາດ​ຕະ​ການ, ຫ​ນ້າ​ທີ່. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຟ້າມກວາງງີ້, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ເນັ້ນ​ຫ​ນັກ​ວ່າ:

”ອາ​ຍຸ​ການ 14 ດ້ວຍ 5 ຫ​ນ້າ​ທີ່​ຈຸດ​ສຸມ ກໍ​ເປັນ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ເພື່ອ​ສ້າງ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ດ້ານ​ບໍ​ລິ​ຫານ​ຄືນ​ໃຫມ່. ປີນີ້ກໍ​ແມ່ນ​ປີ​ທີ່​ພວກ​ເຮົາ​ສືບຕໍ່ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ສ້າງ​ຕົວ​ເມືອງ​ໃຫ້​ສີ​ວິ​ໄລ. ສິ່ງ​ດັ່​ງ​ກ່າວ​ໝາຍ​ຄວາມ​ວ່າ ຂົງ​ເຂດ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ອັນ​ໃຫ​ຍ່​ຫລວງ​ສຳ​ລັບ​ນະ​ຄອນ ຮ່າ​ໂນ້ຍ, ຕ້ອງ​ໄດ້ຮັບການປະ​ຕິ​ບັດ​ດ້ວຍ​ມາ​ດ​ຕະ​ການ​ໂຄ​ສະ​ນາ, ສຶກ​ສາ ພ້ອມ​ທັງມີບັນດາມາດຕະການປັບໄຫມລົງໂທດຢ່າງເໝາະສົມ.”

 

 

 

 

ຂ່າວ/ບົດ​ອື່ນ