ນະຄອນໂຮ່ຈິມິນຈັດການພົບປະສັງສັນກັບປະຊາຊົນຊາວເຜົ່າສ່ວນໜ້ອຍທີ່ດີເດັ່ນ
ນະຄອນໂຮ່ຈິມິນຈັດການພົບປະສັງສັນກັບປະຊາຊົນຊາວເຜົ່າສ່ວນໜ້ອຍທີ່ດີເດັ່ນ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 12/02, ຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈິມິນ ໄດ້ຈັດການພົບປະສັງສັນກັບປະຊາຊົນຊາວເຜົ່າສ່ວນໜ້ອຍທີ່ດີເດັ່ນ ຍາມຕົ້ນປີໃໝ່ ປີລະກາ. ໃນປີຜ່ານມາ, ປະຊາຊົນຊາວເຜົ່າສ່ວນໜ້ອຍຄື: ຊາວຈີນ, ຊາວເຜົ່າຈຳ, ຂະແມ ແລະ ບັນດາຊົນເຜົ່າອື່ນຢູ່ນະຄອນ ຍາມໃດກໍ່ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັນດາຂະບວນການ, ບັ້ນຂົນຂວາຍໂດຍແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນປຸກລະດົມ, ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການພັດທະນາລວມຂອງນະຄອນ. ອ້າຍ ມູ ຊາເຟືອງ, ຊາວເຜົ່າຈຳ, ຜູ້ໄດ້ຮັບການຍ້ອງຍໍໃນຄັ້ງນີ້ແບ່ງປັນວ່າ.
“ຊາວເຜົ່າຈຳ ພວກຂ້າພະເຈົ້າຈະສືບຕໍ່ພ້ອມກັບປະຊາຊົນນະຄອນ ປະຕິບັດນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ; ຕັ້ງໜ້າອອກແຮງງານທຳການຜະລິດ, ເຂົ້າຮ່ວມບັນດາໜ້າທີ່ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມໃຫ້ເປັນຢ່າງດີ; ຮ່ວມແຮງຮ່ວມໃຈກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ປະກອບສ່ວນກໍ່ສ້າງນະຄອນ “ການດຳລົງຊີວິດມີຄຸນນະພາບ, ສີວິໄລ, ທັນສະໄໝ, ໄມ້ຕີຈິດ”.