ນະ​ຄອນ​ໂຮ່​ຈີ​ມິນ​ຕ້ອນ​ຮັບ​ຄະ​ນະ​ແຂກ​ທ່ອງ​ທ່ຽວສາ​ກົນ 130 ຄົນ

(VOVWORLD) -ວັນທີ 8 ເມສາ, ຢູ່ນະຄອນໂຮ່ຈີມິນ, ຂະແໜງທ່ອງທ່ຽວນະຄອນໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບຄະນະແຂກທ່ອງທ່ຽວສາກົນ 130 ຄົນ, ສ່ວນຫຼາຍແມ່ນນັກທຸລະກິດໃນສະມາຄົມຂອງ ອາເມລິກາ ມານະຄອນໂຮ່ຈີມິນ ແລະ ຫວຽດນາມ ຄັ້ງທຳອິດ.
ນະ​ຄອນ​ໂຮ່​ຈີ​ມິນ​ຕ້ອນ​ຮັບ​ຄະ​ນະ​ແຂກ​ທ່ອງ​ທ່ຽວສາ​ກົນ 130 ຄົນ - ảnh 1ລາຍການຕ້ອນຮັບແຂກທ່ອງທ່ຽວສາກົນມາຈາກອາເມລິກາ (ພາບ: TTXVN)

ການທ່ອງທ່ຽວຂອງຄະນະຢູ່ຫວຽດນາມ ຈະແກ່ຍາວຈາກຮ່າໂນ້ຍ, ຮະລອງ, ດ່ານັ້ງ, ນະຄອນໂຮ່ຈີມິນ ແລະ ທາງທິດຕາເວັນຕົກພາກໃຕ້. ໃນນັ້ນ, ຄະນະໄດ້ເລືອກເອົານະຄອນໂຮ່ຈີມິນແມ່ນສະຖານທີ່ທ່ອງທ່ຽວ ແລະ ພັກອາໄສຢູ່ດົນກ່ວາໝູ່ ເພື່ອຢ້ຽມຊົມ, ເຂົ້າຮ່ວມຕົວຈິງ, ຮັບປະທານອາຫານ ແລະ ການບໍລິການທີ່ມີຄຸນນະພາບສູງ. ທ່ານນາງ Nancy LeSage, ນັກທ່ອງທ່ຽວຄົນໜຶ່ງໃນຄະນະກ່າວວ່າ:

ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອເຫັນປະຊາຊົນຢູ່ທີ່ນີ້ໃສ່ຜ້າອັດປາກອັດດັງຢູ່ທຸກບ່ອນ, ທຸກເວລາ. ເພາະສະນັ້ນ, ຂ້າພະເຈົ້າຮູ້ສຶກປອດໄພເມື່ອຢູ່ທີ່ນີ້, ຂ້າພະເຂົ້າບໍ່ຕ້ອງຢ້ານຕິດເຊື້ອໂຄວິດ - 19. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ສວຍງາມທີ່ສຸດ ແລະ ຂ້າພະເຈົ້າດີໃຈເມື່ອໄດ້ມາແຫ່ງນີ້. ຂ້າພະເຈົ້າຄາດວ່າຈະເລົ່າໃຫ້ຫຼາຍຄົນຟັງກ່ຽວກັບສະຖານທີ່ແຫ່ງນີ້ ແລະ ໃຫ້ເຂົາເຈົ້າຊົມບັນດາຮູບພາບ.

ທີ່ພິທີ, ພະແນກການທ່ອງທ່ຽວ ແລະ ບັນດາວິສາຫະກິດຂອງນະຄອນໂຮ່ຈີມິນ ໄດ້ມອບຂອງຂວັນເປັນທີ່ລະນຶກທີ່ເອກະລັກໃຫ້ແກ່ຄະນະ.

ຕອບກັບ

ຂ່າວ/ບົດ​ອື່ນ