ນະຄອນໂຮ່ຈິມິນພ້ອມແລ້ວຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສະໂລວາກີ
(VOVWORLD) -ຕອນບ່າຍວັນທີ 01 ມິຖຸນາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫງວຽນແທ່ງຟອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນສະໂລວາກີ Robert Kalinak, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ.
ທ່ານຫງວຽນແທ່ງຟອງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງພາຍໃນສະໂລວາກີ
(ພາບ: TTXVN)
|
ທີ່ການຕ້ອນຮັບ, ທ່ານ ຫງວຽນແທ່ງຟອງ ສະເໜີໃຫ້ລັດຖະບານ ສະໂລວາກີ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ, ແລະ ຮ່ຳຮຽນຢູ່ສະໂລວາກີ ໃຫ້ເຊື່ອມໂຍງເຂົ້າກັບສັງຄົມຂອງສະໂລວາກີ ຢ່າງດີກວ່າ, ເສີມຂະຫຍາຍບົດບາດເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ທ່ານ ຫງວຽນແທ່ງຟອງ ປາດຖະໜາວ່າ, ບັນດາວິສາຫະກິດຂອງ 2 ຝ່າຍ ຈະຍູ້ແຮງການຮ່ວມມືໃນບັນດາຂົງເຂດເຊິ່ງສະໂລວາກີ ມີທ່າແຮງ ແລະ ນະຄອນໂຮ່ຈິມິນ ມີຄວາມຕ້ອງການ. ນະຄອນໂຮ່ຈິມິນ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດສະໂລວາກີ ມາຊອກຮູ້ກາລະໂອກາດລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ຫວຽດນາມ.