ນະຄອນ ໂຮ່ຈີມິນ (ພາບປະກອບ)
(vovworld) - ວັນທີ 13/07 ຄະນະຜູ້ແທນນະຄອນ ໂຮ່ຈີມິນ ມີການໄປປະຕິບັດງານເຖິງນະຄອນ San Francisco, ອາເມລິກາ ເພື່ອຜັນຂະຫຍາຍໂຄງການຮ່ວມມືດ້ານເສດຖະກິດເຖິງປີ 2020 ລະຫວ່າງ 2 ທ້ອງຖິ່ນ. ທີ່ການພົບປະລະຫວ່າງທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເຈີ່ນຫວີງຕ໋ວຽນ ແລະ ທ່ານເຈົ້າຄອງນະຄອນ San Francisco Edwin Lee, 2 ຝ່າຍເຫັນດີເປັນເອກະພາບ ພ້ອມກັນຊຸກຍູ້ການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ແລະ San Francisco, ຜ່ານນັ້ນ ປະກອບສວ່ນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. ໃນການໄປປະຕິບັດງານຄັ້ງນີ້ ນະຄອນ ໂຮ່ຈີມິນ ມີການເຄື່ອນໄຫວຫລາຍຢ່າງຄື: ສົ່ງເສີມການຄ້າ ແລະ ການລົງທຶນ, ພົບປະວິສາຫະກິດຂອງຊາວ ຫວຽດນາມ ອາໄສຢູ່ອາເມລິກາ, ຮຽກຮ້ອງບັນດາວິສາຫະກິດຕ່າງປະເທດມາຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ນະຄອນ ໂຮ່ຈີມິນ.
ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນນະຄອນໂຮ່ຈີມິນ ເຂົ້າຮ່ວມງານຕະຫລາດນັດວາງສະແດງເຕັກໂນໂລຢີຕະລັງຊິດສະເຕີ ແລະ ພະລັງງານສາກົນ “Semicon West 2016” ຢູ່ San Francisco. ງານຕະຫລາດນັດມີການເຂົ້າຮ່ວມຂອງວິສາຫະກິດແຖວໜ້າກ່ວາ 700 ແຫ່ງທີ່ມາຈາກບັນດາປະເທດ ອາເມລິກາ, ການາດາ, ອົດສະຕາລີ, ຍີ່ປຸ່ນ, ເຢຍລະມັນ, ສິງກະໂປ…