ທ່ານເລແທງລຽມ, ຮອງປະທານປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ ແລະ ທ່ານ Geevt Versnick, ຮອງຜູ້ວ່າການແຂວງ Flanders ຕາເວັນອອກ
ພາບ:dantocmiennui
|
(vovworld)- ຕອນບ່າຍວັນທີ 5/12, ທ່ານເລແທງລຽມ, ຮອງປະທານປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ ແລະ ທ່ານ Geevt Versnick, ຮອງຜູ້ວ່າການແຂວງ Flanders ຕາເວັນອອກ, ລາຊະອານາຈັກ ແບນຊິກ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດກະສິກຳລະຫວ່າງນະຄອນໂຮ່ຈິມີນ ແລະ ແຂວງ Flanders ຕາເວັນອອກ ໄລຍະ 2016 -2020. ຕາມນັ້ນແລ້ວ,ແຂວງ Flanders ຕາເວັນອອກ ແລະ ນະຄອນ ໂຮ່ຈິມີນ ຈະຮ່ວມມືບຳລຸງສ້າງພະນັກງານ, ຖ່າຍທອດດ້ານເຕັກນິກໃນຂົງເຂດກະສິກຳ, ຄົ້ນຄ້ວາ, ໝູນໃຊ້ເຕັກນິກໃຫມ່ໃນຂົງເຂດແນວພັນປູກມີຄຸນນະພາບສູງ ແລະ ຮ່ວມມືໃນເຕັກໂນໂລຊີປຸງແຕ່ງ, ຮັກສາ ແລະຫຸ້ມຫໍ່ຜະລິດຕະພັນກະເສດພາຍຫລັງການເກັບກ່ຽວ. ແຂວງ Flanders ຕາເວັນອອກ ກໍຫນູນຊ່ວຍບັນດາໂຄງການສົ່ງເສີມດ້ານການຄ້າເພື່ອໂຄສະນາຜະລິດຕະພັນກະສິກຳຂອງນະຄອນ ໂຮ່ຈິມີນໄປຍັງຕະຫລາດແບນຊິກ ແລະ ອີຢູ.
ກ່າວຄຳເຫັນນະພິທີ, ທ່ານເລແທງລຽມ ຕີລາຄາ ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳແມ່ນສະແດງໃຫ້ເຫັນຄວາມປາດຖະຫນາຂອງສອງທ້ອງຖິ່ນໃນການເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າສົມກັບຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງແຕ່ລະຝ່າຍ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ສອງທ້ອງຖິ່ນເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ພິເສດໃນຂົງເຂດລ້ຽງສັດ, ປູກຝັງ ແລະ ບຳລຸງສ້າງພະນັກງານກະສິກຳ.