ນະ​ຄອນ​ໂຮ່​ຈີ​ມິນ ເຊີດ​ຊູ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດດີ​ເດັ່ນ 100 ຄົນໃນ​ປີ 2020

(VOVWORLD) -  ພິທີເຊີດຊູໄດ້ດຳເນີນໃນຕອນຄ່ຳວັນທີ 7 ຕຸລາ, ໂດຍສະຫະສະມາຄົມວິສາຫະກິດນະຄອນ ໂຮ່ຈີມິນຈັດຕັ້ງ. ພິທີເຊີດຊູໄດ້ຈັດຕັ້ງ 2 ປີເທື່ອໜຶ່ງ, ເພື່ອແນໃສ່ເຊີດຊູຍ້ອງຍມອບລາງວັນໃຫ້ບັນດາວິສາຫະກິດ, ນັກທຸລະກິດທີ່ມີຜົນງານທີ່ດີເດັ່ນໃນການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ ຂອງນະຄອນ.
ນະ​ຄອນ​ໂຮ່​ຈີ​ມິນ ເຊີດ​ຊູ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດດີ​ເດັ່ນ 100 ຄົນໃນ​ປີ 2020 - ảnh 1

ການນຳບັນດາວິສາຫະກິດໄດ້ຮັບນາມມະຍົດວິສາຫະກິດ ນະຄອນໂຮ່ຈີມິນດີເດັ່ນປີ 2020 (ພາບ: TTXVN)

ຈຸດໃໝ່ໃນການຄັດເລືອກປີນີ້ແມ່ນ ຍ້ອງຍໍ, ສົ່ງເສີມບັນດາວິສາຫະກິດ, ນັກທຸລະກິດ ນະຄອນ ໂຮ່ຈີມິນ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ປະດິດຄິດສ້າງ, ຜ່ານຜ່າສິ່ງທ້າທາຍ, ເປັນຕົ້ນແມ່ນໂລກລະບາດ Covid – 19. ສະພາໄດ້ເລືອກເຟັ້ນ, ຕີລາຄາສູງຕໍ່ປັດໄຈວິສາຫະກິດຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຢີເຂົ້າໃນການຜະລິດ, ບໍລິຫານ; ພັດທະນາຜະລິດຕະພັນ, ການບໍລິການໃໝ່. ທ່ານ ຈຸຕ໊ຽນຢຸງ, ປະທານສະຫະສະມາຄົມ ວິສາຫະກິດ ນະຄອນ ໂຮ່ຈີມິນໃຫ້ຮູ້ວ່າ:

ມາດຕະການໃນການຄັດເລືອກວິສາຫະກິດ, ນັກທຸລະກິດນະຄອນໂຮ່ຈີມິນ ດີເດັ່ນປີ 2020 ມີບັນດາຈຸດໃໝ່ແມ່ນ ບັນດາວິທີການ, ການປ່ຽນແປງໃໝ່, ປະດິດຄິດສ້າງຂອງວິສາຫະກິດຜ່ານຜ່າ Covid , ບັນດາບົດບາດນຳໜ້າຂອງວິສາຫະກິດໃນການສ້າງລະບົບຮ່ວມສຳພັນໃໝ່, ການປະກອບສ່ວນຂອງວິສາຫະກິດເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ເພີ່ມຄະແນນໃຫ້ເພື່ອເປັນການຢັ້ງຢືນວິສາຫະກິດດີເດັ່ນຮອບດ້ານ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ