ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ປະ​ຕິ​ບັດສຳ​ເລັດ​ການ​ວິ​ໄຈ​ຫາ​ເຊື້ອ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ສູງ ໂດຍ​ພື້​ນຖານ

(VOVWORLD) -ໃນ 7 ວັນທີ່ຜ່ານມາ, ນະຄອນໂຮ່ຈີມິນ ໄດ້ຍູ້ແຮງການຜັນຂະຫຍາຍ ເລື່ອງປະຊາຊົນເອົາຕົວຢ່າງຫາເຊື້ອດ້ວຍຕົນເອງ ແລະ ການວິໄຈຫາເຊື້ອໃນຂອບເຂດທົ່ວນະຄອນ, ສຸມໃສ່ຢູ່ບັນດາເຂດທີ່ມີຄວາມສ່ຽງຕິດເຊື້ອສູງ ແລະ ສູງທີ່ສຸດ.
ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ປະ​ຕິ​ບັດສຳ​ເລັດ​ການ​ວິ​ໄຈ​ຫາ​ເຊື້ອ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ສູງ ໂດຍ​ພື້​ນຖານ - ảnh 1ທ່ານຟ້າມດຶກຫ໋າຍ, ຮອງຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ  ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ

ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນໂຮ່ຈີມິນ ໃນຕອນບ່າຍວັນທີ 29 ສິງຫາ, ທ່ານຟ້າມດຶກຫ໋າຍ, ຮອງຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໄລ່ຮອດທ້າຍວັນທີ 27 ສິງຫາ ບັນດາທ້ອງຖິ່ນເກືອບທັງໝົດ ໄດ້ປະຕິບັດສຳເລັດການກວດວິໄຈຫາເຊື້ອໃຫ້ແກ່ປະຊາຊົນຢູ່ເຂດມີຄວາມສ່ຽງຕິດເຊື້ອສູງໃນບໍລິເວນນະຄອນ.

ໃນ 7 ວັນທີ່ຜ່ານມາ, ນະຄອນໂຮ່ຈີມິນ ໄດ້ຍູ້ແຮງການຜັນຂະຫຍາຍ ເລື່ອງປະຊາຊົນເອົາຕົວຢ່າງຫາເຊື້ອດ້ວຍຕົນເອງ ແລະ ການວິໄຈຫາເຊື້ອໃນຂອບເຂດທົ່ວນະຄອນ, ສຸມໃສ່ຢູ່ບັນດາເຂດທີ່ມີຄວາມສ່ຽງຕິດເຊື້ອສູງ ແລະ ສູງທີ່ສຸດ. ທາງນະຄອນໄດ້ເອົາຕົວຢ່າງມາວິໄຈໄວຈຳນວນ 1,6 ລ້ານຕົວຢ່າງ ໃຫ້ແກ່ປະຊາຊົນໝົດທຸກຄົນ ຢູ່ເຂດທີ່ມີຄວາມສ່ຽງຕິດເຊື້ອສູງ ດ້ວຍໝາກຜົນແມ່ນກວດຫາຜູ້ຕິດເຊື້ອໂຄວິດ - 19ເປັນບວກໄດ້ກ່ວາ 64.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ