ນະຄອນໂຮ່ຈີມິນ - 40 ປີແຫ່ງການສ້າງສາ, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ


ນະຄອນໂຮ່ຈີມິນ - 40 ປີແຫ່ງການສ້າງສາ, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ ນະ​ຄອນ​ໂຮ່​ຈີ​ມິນ - 40 ປີ​ແຫ່ງ​ການ​ສ້າງ​ສາ, ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ "
(ພາບ: baomoi)

(vovworld)- ຕອນ​ເຊົ້າ​ວັນ​ທີ 17/3, ຢູ່​ນະ​ຄອນ​ໂຮ່​ຈ​ີ​ມິນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ ນະ​ຄອນ​ໂຮ່​ຈີ​ມິນ - 40 ປີ​ແຫ່ງ​ການ​ສ້າງ​ສາ, ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ” , ເນື່ອງໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015) . ມີ 125 ບົດ​ປະ​ກອບ​ຄຳ​ເຫັນ​ໄດ້​ຊີ້​ແຈ້ງວ່າ ພາຍຫຼັງ​ວັນ​ປົດ​ປ່ອຍ​ມາ​ເປັນ​ເວ​ລາ 40 ປີ, ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ເປັນ​ເຈົ້າການ, ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ເສດ​ຖະ​ກິດ-ສົງ​ຄົມ, ປະ​ກອບ​ສ່ວນ​ສ້າງ​ແນວ​ທາງ​ປ່ຽນ​ແປງ​ໃໝ່, ຜ່ານ​ຜ່າ​ໄລ​ຍະ​ວິ​ກິດ​ການ​ເສດ​ຖະ​ກິດ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ນຳ​ນະ​ຄອນ​ກ້າວ​ຂຶ້ນ​ຢ່າງ​ໝັນ​ຄົງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ເລ​ແທງ​ຫາຍ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ເນັ້ນ​ໜັກ​ວ່າ :

   “ ກ່ອນ​ອື່ນ​ໝົດ, ຍາມ​ໃດ​ກໍ​ຕ້ອງ​ຊາບ​ຊຶມ, ກຳ​ແໜ້ນ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ຍາມ​ໃດ​ກໍ​ໃກ້​ຊິດ​ຕິດ​ແທດ​ກັບ​ພຶດ​ຕິ​ກຳ, ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ຢ່າງບໍ່​ຢຸດຢັ້ງ, ທົດ​ລອງ​ປະ​ຕິ​ບັດ​ບັນ​ດາ​ວິ​ທີ​ການ​ໃໝ່, ຮູບ​ແບບ​ໃໝ່. ເບິ່ງ​ແຍງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ປະ​ຊາ​ຊົນ. ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ນະ​ຄອນ​ແມ່ນ​ແຫ່ງ​ເຕົ້າ​ໂຮມ ແລະ ແຜ່​ຂະ​ຫຍາຍ ເພື່ອ​ທົ່ວ​ປະ​ເທດ, ຍູ້​ແຮງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ກັບ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ, ພັດ​ທະ​ນາ​ວ່ອງໄວ ແລະ ຍືນ​ຍົງ ”.

ຂ່າວ/ບົດ​ອື່ນ