ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະເປີດກ້ວາງການຮ່ວມມືຢ່າງມີປະສິດທິຜົນກັບ ເບລາຣຸດ

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະເປີດກ້ວາງການຮ່ວມມືຢ່າງມີປະສິດທິຜົນກັບ ເບລາຣຸດ - ảnh 1
ທ່ານ ​ເລ​ແທງ​ລຽມ ຮອງ​ປະທານ​ຜູ້ປະຈຳການ
​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 30/03, ທ່ານ ​ເລ​ແທງ​ລຽມ ຮອງ​ປະທານ​ຜູ້ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້ການ​ຕ້ອນຮັບ​ທ່ານ Aleksandr Ogorodnhikov, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ສ.​ເບລາຣຸດ ທີ່ພວມ​ຢູ່ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ​ເລ​ແທງ​ລຽມ ຖື​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ ພວມ​ມີ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ. ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ສຳພັນ​ທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ, ​ໃນ​ນັ້ນ ມີ ​ເບ​ລາຣຸດ ທີ່​ມີ​ຜົນ​ສັກສິດ​ແຕ່​ປີ 2016, ​ໄດ​້ສ້າງ​ພື້ນຖານ​ຍູ້​ແຮງ​ການ​ພົວພັນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ​ເລ​ແທງ​ລຽມ ປາດ​ຖະໜາ​ວ່າ ​ເບ​ລາຣຸ​ດ ​ຈະແບ່ງປັນ​ບັນດາ​ບົດຮຽນ​ແກ້​ໄຂ​ບາງ​ບັນຫາ ​ເຊິ່ງນະຄອນ​ພວມ​ປະ​ເຊີນ​ໜ້າ​ໃນ​ວິວັດ​ການ​ພັດທະນາ​ຕົວ​ເມືອງ.

        ສ່ວນ​ທ່ານ Aleksandr Ogorodnhikov ຢືນຢັນ​ວ່າ: ​ເບ​ລາຣຸດ ຍາມ​ໃດ​ກໍ່​ເອົາ​​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ເບ​ລາຣຸດ ກັບ ຫວຽດນາມ, ພິ​ເສດ​ແມ່ນ​ລະຫວ່າງ 2 ທ້ອງ​ຖິ່ນ​ແຮກສ່ຽວ​ແມ່ນ​ນະຄອນ Minsk ​ແລະ ນະຄອນ ​ໂຮ່ຈີ​ມິນ.

       

ຕອບກັບ

ຂ່າວ/ບົດ​ອື່ນ