ນະຄອນ ໂຮ່ຈີມິນ ມອບຮັບກິດຈະກຳຍົກລະດັບມັດທະຍົມຕອນປາຍມິດຕະພາບ ວຽນຈັນ - ໂຮ່ຈີມິນ

ນະຄອນ ໂຮ່ຈີມິນ ມອບຮັບກິດຈະກຳຍົກລະດັບມັດທະຍົມຕອນປາຍມິດຕະພາບ ວຽນຈັນ - ໂຮ່ຈີມິນ - ảnh 1
ພິທີມອບຮັບກິດຈະກຳຍົກລະດັບມັດທະຍົມຕອນປາຍມິດຕະພາບ ວຽນຈັນ - ໂຮ່ຈີມິນ
(ພາບ: tinnhanhviet.com)

(vovworld) - ​ໃນ​ຂອບ​ເຂດ “ຊຸ​ມວັນນະ​ຄອນ ​ໂຮ່ຈີ​ມິ​ນ ຢູ່ ວຽງ​ຈັນ”, ວັນ​ທີ 28/6, ຢູ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ດຳ​ເນ​ີນພິທີ​ມອບ​ຮັບ​ກິດຈະກຳ​ຍົກ​ລະດັບ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ມິດຕະພາບ ວຽນ​ຈັນ - ​ໂຮ່ຈີ​ມິນ, ​ເຊິ່ງ​ແມ່ນ​ຂອງຂວັນ​ຂອງ​ນະຄອນ ​ໂຮ່ຈີ​ມິ​ນ ມອບ​ໃຫ້ນະຄອນຫຼວງ ວຽນ​ຈັນ. ໂຄງການ​ລົງທຶນຍົກ​ລະດັບ​ມັດທະຍົມ​ຕອນ​ປາຍ​ມິດຕະພາບ ວຽງ​ຈັນ - ​ໂຮ່ຈີ​ມິ​ນ ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ລ້າ​ຂອງ​ນະຄອນ ​ໂຮ່ຈີ​ມິ​ນ ​ໃຫ້​ແກ່ ວຽງ​ຈັນ ລວມຍອດ​ຈຳ​ນວນ​ເງິນ 5 ລ້ານ USD. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ຮັບ, ທ່ານ Le Thanh Hai, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ເຊື່ອ​ໝັ້ນ​ວ່າ: ກິດຈະ​ກຳ ຈະ​ປະກອບສ່ວນ​ບຳລຸງ​ສ້າງ​​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ນະຄອນຫຼວງ ວຽນ​ຈັນ ​ເວົ້າ​ສະ​ເພາະ ​ແລະ ປະ​ເທດ​ລາວ ​ເວົ້າ​ລວມ, ທ່ານສະ​ແດງ​ຄວາມ​ຫວັງ​ວ່າ​ໄວ​ໜຸ່ມ​ 2 ນະຄອນຈະ​ສູ້​ຊົນ​ຮຳ່ຮຽນ ບຳລຸງ​ສ້າງ ຍົກ​ສູງ​ສະຕິຄວາມ​ຮັບ​ຮູ້​ເພື​່ອສືບ​ຕໍ່​ຮັກສາ​ສາຍ​ພົວພັນ​ເຊິ່ງລຸ້ນພໍ່​ລຸ້ນອ້າຍ​ຂອງ 2 ປະ​ເທດ ລາວ - ຫວຽດນາມ ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ.

ຂ່າວ/ບົດ​ອື່ນ