ຕອນເຊົ້າວັນທີ 21 ທັນວາ, ຢູ່ນະຄອນ ໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 65 ປີແຫ່ງວັນທົ່ວປະເທດທຳການຕໍ່ສູ້ຢ່າງສົມກຽດ ( 22 ທັນວາ ) ແລະ 67 ປີ ແຫ່ງວັນສ້າງຕັ້ງກອງທັບ ປຊຊ ຫວຽດນາມ. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານອາດິດນາຍົກລັດຖະມົນຕີ ຟານວັນຂາຍ, ທ່ານນາງອາດິດຮອງປະທານປະເທດ ເຈືອງມິ໋ຮວາ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ເລແທງຫາຍ ແລະ ປຊຊ ນະຄອນທຸກຊັ້ນຄົນເຂົ້າຮ່ວມ. ນະທີ່ນີ້, ທ່ານ ເຢືອງກວານຮ່າ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈິມິນ ໄດ້ອ່ານສູນທອນພົດທົບທວນຄືນມູນເຊື້ອພິລະອາດຫານຂອງຊາດໃນການ ຕໍ່ສູ້ຕ້ານພວກລ່າເມືອງຂື້ນຝລັ່ງ ແລະ ຈັດກະພັດ ອາເມລິກາ, ນັບແຕ່ຊຸມມືທຳອິດແຫ່ງການສ້າງຕັງກອງທັບ ປຊຊ ຫວຽດນາມ ຕະຫຼອດຮອດວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນອກະພາບ.
ໃນໂອກາດນີ້ຍັງດຳເນີນພິທີມອບນາມມະຍົກແມ່ຫວຽດນາມວິລະຊົນ, ນາມມະຍົດວິລະຊົນກຳລັງປະກອບອາວຸດ ແລະ ນາມມະຍົດວິລະຊົນແຮງງານອິກດ້ວຍ .