ນະຄອນ ໂຮ່ຈີມິນ ແລະ ອົດສະຕາລີ ເພີ່ມທະວີການຮ່ວມມືດ້ານການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ
ທ່ານ ຫງວຽນແທງຟອງ ແລະ ທ່ານ Keith Pitt
(ພາບ: TTXVN)
(vovworld) - ທີ່ການຕ້ອນຮັບທ່ານ Keith Pitt, ຮອງລັດຖະມົນຕີກະຊວງການຄ້າ, ທ່ອງທ່ຽວ ແລະ ລົງທຶນ ອົດສະຕາລີ ໃນວັນທີ 05/04, ທ່ານ ຫງວຽນແທງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຖືວ່າ: ການປະຕິບັດງານຢູ່ ຫວຽດນາມ ຂອງຄະນະຜູ້ແທນ ອົດສະຕາລີ ຈະປະກອບສ່ວນຢ່າງຕັ້ງໜ້າ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືຫລາຍຮູບຫລາຍແບບລະຫວ່າງ 2 ປະເທດ ແລະ ລະຫວ່າງບັນດາທ້ອງຖິ່ນຂອງ ອົດສະຕາລີ ກັບນະຄອນ ໂຮ່ຈີມິນ. ທ່ານ ຫງວຽນແທງຟອງ ຢືນຢັນວ່າ: ອຳນາດການປົກຄອງນະຄອນພ້ອມແລ້ວທີ່ຈະຮັບຟັງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີບັນດາວິສາຫະກິດ ອົດສະຕາລີ ມາລົງທຶນ, ດຳເນີນທຸລະກິດຍາວນານ. ນະຄອນ ໂຮ່ຈີມິນ ປາດຖະໜາຢາກສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືກັບບັນດາທ້ອງຖິ່ນຂອງ ອົດສະຕາລີ ໃນບັນດາຂົງເຂດ ເຊິ່ງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ, ພິເສດ ແມ່ນໃນຂົງເຂດການທ່ອງທ່ຽວ, ການສຶກສາ, ກະສິກຳເຕັກໂນໂລຢີສູງ.