ທ່ານນາງ Kritalina I.Georgieva ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WB
(ພາບ: TTXVN)
(vovworld) - ນະຄອນ ໂຮ່ຈີມິນ ແລະ ທະນາຄານໂລກ (WB) ສືບຕໍ່ຮ່ວມມືການຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາໂຄງການທີ່ມີແຫຼ່ງທຶນ WB ໃນບັນດາຂົງເຂດຖືກຕ້ອງການຄວາມຄືບໜ້າ ແລະ ມີປະສິດທິຜົນ, ຍົກສູງທີ່ຕັ້ງຂອງນະຄອນ ແລະ ປະກອບສ່ວນປັບປຸງຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນ. ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານນາງ Kritalina I.Georgieva ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WB ໄດ້ເຫັນດີເປັນເອກະພາບຄືດັ່ງກ່າວທີ່ການພົບປະ ເຊິ່ງດຳເນີນໃນຕອນເຊົ້າວັນທີ 24/03 ຢູ່ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນແທ່ງຟອງ ຢືນຢັນວ່າ: ນະຄອນ ໂຮ່ຈີມິນ ຈະຮ່ວມເດີນທາງ, ຮ່ວມມືຢ່າງແໜ້ນແຟ້ນກັບ WB ປະຕິບັດບັນດາໂຄງການປັບປຸງຊີວິດການເປັນຢູ່, ສິ່ງແວດລ້ອມ, ດັດປັບປະດັບປະດາຕົວເມືອງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ.
ສ່ວນທ່ານນາງ Kritalina I.Georgieva ຢືນຢັນຄວາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບນະຄອນ ເພື່ອແກ້ໄຂບັນດາບັນຫາຫຍຸ້ງຍາກ, ສຳຄັນໃນວິວັດການພັດທະນາຕົວເມືອງ, ສຸມໃສ່ເຂົ້າໃນບັນດາໂຄງການຕ້ານການປ່ຽນແປງຂອງດິນຟ້າອາກາດ; ປັບປຸງພື້ນຖານໂຄງລ່າງ; ຮ່ວມມືປຸກລະດົມແຫຼ່ງກຳລັງຂອງພາກເອກະຊົນໃນວິວັດການປະຕິບັດບັນດາໂຄງການຂອງ WB ຢູ່ນະຄອນ.