(ພາບປະກອບ)
(vovworld) - ໃນການເຮັດວຽກຫວ່າງແລ້ວນີ້ ກັບທ່ານ ກາວຈີ໋ງທ້ຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຂອງທ່ານເອກອັກຄະລັດຖະທູດຢູ່ນະຄອນ Venice, ທ່ານນາງ Paola Mar ກຳມະການສະພາຮັບຜິດຊອບການທ່ອງທ່ຽວນະຄອນ Venice ຢືນຢັນວ່າ: Venice ບຸລິມະສິດການຮ່ວມມືທ່ອງທ່ຽວ ແລະ ວັດທະນະທຳກັບ ຫວຽດນາມ. ທີ່ການເຮັດວຽກ, ທ່ານນາງ Paola Mar ສະແດງຄວາມປະທັບໃຈສຳລັບປະເທດ ແລະ ປະຊາຊົນ ຫວຽດນາມ. ທ່ານນາງ Paola Mar ໃຫ້ຮູ້ວ່າ: ອຳນາດການປົກຄອງນະຄອນ Venice ສະໜັບສະໜູນການເພີ່ມທະວີພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ແລະ ຢືນຢັນວ່າ: ອຳນາດການປົກຄອງນະຄອນ Venice ຈະແມ່ນຂົວຕໍ່ໃຫ້ການຮ່ວມມືລະຫວ່າງບັນດາວິສາຫະກິດ 2 ຝ່າຍ. ສ່ວນທ່ານເອກອັກຄະລັດຖະທູດ ກາວຈີ໋ງທ້ຽນ ໃຫ້ຮູ້ວ່າ: ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຫັນບັນດາແນວຄວາມຄິດຮ່ວມມືລະຫວ່າງ Venice ກັບ ຫວຽດນາມ ໃຫ້ປະກົດຜົນຕົວຈິງ. ທ່ານເອກອັກຄະລັດຖະທູດ ສະເໜີຕໍ່ອຳນາດການປົກຄອງນະຄອນ Venice ພິຈາລະນາບັນດາການເຄື່ອນໄຫວຮ່ວມມືກ່ຽວກັບດ້ານວັດທະນະທຳ ແລະ ການທ່ອງທ່ຽວຄືເຊີນ ຫວຽດນາມ ເຂົ້າຮ່ວມບັນດາງານບຸນວັດທະນະທຳ, ການທ່ອງທ່ຽວຂອງ Venice ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ ແລະ ເປັນພື້ນຖານໃຫ້ແກ່ບັນດາບັນຫາຮ່ວມມືອັນຍາວນານ.