ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເປັນປະທານກອງ
ປະຊຸມສະໄມສາມັນປະຈຳເດືອນ 12 ຂອງລັດຖະບານ
(ພາບ: VGP)
(vovworld) – ຕອນບ່າຍວັນທີ 29/12 ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເປັນປະທານກອງປະຊຸມສະໄມສາມັນປະຈຳເດືອນ 12 ຂອງລັດຖະບານ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຮ່າງບົດລາຍງານວຽກງານອາຍຸການ 2011 – 2016 ຂອງລັດຖະບານ, ນາຍົກລັດຖະມົນຕີ; ລາຍງານສະພາບການປະຕິບັດໂຄງການສ້າງກົດໝາຍ, ລັດຖະບັນຍັດ ແລະ ປະກາດໃຊ້ເອກະສານກຳນົດລະອຽດການປະຕິບັດກົດໝາຍ, ລັດຖະບັນຍັດປີ 2015 ແລະ ໜ້າທີ່ຂອງປີ 2016…ແລະ ບາງບັນຫາສຳຄັນອື່ນໆ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເນັ້ນໜັກວ່າ: ອາຍຸການຜ່ານມາ ຜົນສັກສິດ, ປະສິດທິຜົນການຄຸ້ມຄອງ, ຊີ້ນຳ, ບໍລິຫານຂອງລັດຖະບານ ໄດ້ຍົກສູງຂຶ້ນຢ່າງຈະແຈ້ງ, ມີປະຕິກິລິຍາດ້ານນະໂຍບາຍຢ່າງມີໄຫວພິບ ແລະ ທັນການຕໍ່ບັນດາການຜັນແປຢ່າງສັບສົນ ແລະ ຜິດປົກກະຕິ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຖືວ່າ:
“ປະຕິກິລິຍາດ້ານນະໂຍບາຍຂອງ ຫວຽດນາມ ດີກ່ວາ, ໄວກ່ວາ, ທັນການກ່ວາ, ມີປະສິດທິຜົນກ່ວາ, ເລິກເຊິ່ງໃກ້ຊິດກ່ວາ. ບໍ່ພຽງແຕ່ສຳລັບບັນດາການຫັນປ່ຽນຂອງໂລກເທົ່ານັ້ນ ຫາກຍັງສຳລັບສະພາບການຢູ່ພາຍໃນປະເທດອີກດ້ວຍ. ເມື່ອເກີດສະພາບການໃດໆ ຈາກໄພທຳມະຊາດ, ໂລກລະບາດ, ຕະຫລອດຮອດການປະກອບຄຳຄິດຄຳເຫັນທີ່ເຄັ່ງຮ້ອນຂອງປະຊາຊົນນັ້ນ, ບັນດາການນຳຄື ລັດຖະບານ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຕ້ອງແກ້ໄຂ, ຊີ້ນຳຢ່າງທັນການ.